ກິ​ລາ ຫວຽດ​ນາມ ຢັ້ງ​ຢືນທີ່​ຕັ້ງ​ບົດ​ບາດ​ໃນ​ພາກ​ພື້ນ ແລະ ບືນ​ຕົວ​ຂຶ້ນ​ສູ່ລະ​ດັບ​ສາ​ກົນ​ເທື່ອ​ລະ​ກ້າວ

(VOVWORLD) -ວັນທີ 22 ພຶດສະພາ, ພາຍຫຼັງທິມ U23 ຫວຽດນາມ ເອົາຊະນະ 1 – 0 ຂອງ ຕໍ່ທິມ U23 ໄທ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຈົດໝາຍສະແດງຄວາມຍິນດີຕໍ່ຄະນະຄູຝຶກ ແລະ ທິມບານເຕະຊາຍ U23 ຫວຽດນາມ. 
ກິ​ລາ ຫວຽດ​ນາມ ຢັ້ງ​ຢືນທີ່​ຕັ້ງ​ບົດ​ບາດ​ໃນ​ພາກ​ພື້ນ ແລະ ບືນ​ຕົວ​ຂຶ້ນ​ສູ່ລະ​ດັບ​ສາ​ກົນ​ເທື່ອ​ລະ​ກ້າວ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຫຼຽນຄຳໃຫ້ແກ່ທິມບານເຕະ U23 ຫວຽດນາມ ( ພາບ: TTXVN)

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຄວາມມານະພະຍາຍາມ, ຄວາມສະຫຼາດສ່ອງໄສ, ຄວາມເດັດດ່ຽວ, ຄວາມສາມັກຄີ, ມີລະບຽບວິໄນ, ເພື່ອສີສັນທຸງຊາດ ໄດ້ນຳມາເຊິ່ງໄຊຊະນະໃຫ້ແກ່ທິມຊາດ. ນັ້ນແມ່ນໄຊຊະນະຂອງຈິດໃຈຫວຽດນາມແຫ່ງຄວາມສາມັກຄີ ແລະ ເຕົ້າໂຮມ. ຜົນງານອັນດີເດັ່ນ, ພ້ອມກັບຫຼຽນຄຳຂອງ ທິມບານເຕະຍິງ ແລະ ຜົນງານທີ່ບັນລຸໄດ້ຂອງກິລາປະເພດທີ່ແຂ່ງຂັນຢູ່ SEA Games 31 ໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງບານເຕະ ຫວຽດນາມ ເວົ້າສະເພາະ ແລະ ກິລາ ຫວຽດນາມ ເວົ້າລວມຢູ່ພາກພື້ນ ແລະ ບືນຕົວຂຶ້ນສູ່ລະດັບສາກົນເທື່ອລະກ້າວ. ພັກ ແລະ ລັດ ຈະສືບຕໍ່ເອົາໃຈໃສ່ກ່ວາອີກ ແລະ ຫວັງວ່າ ບັນດາອົງການ, ສ່ວນບຸກຄົນ, ປະຊາຄົມວິສາຫະກິດຈະສືບຕໍ່ໜູນຊ່ວຍ, ສະໜັບສະໜູນເພື່ອພັດທະນາພື້ນຖານກິລາ ຫວຽດນາມ ເວົ້າລວມ ແລະ ກິລາປະເພດຕ່າງເວົ້າສະເພາະ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ແຟນກິລາ ໃນທົ່ວປະເທດ ທີ່ຍາມໃດກໍ່ຮ່ວມເດີນທາງພ້ອມກັບທິມບານເຕະຊາຍ ແລະ ຍິງ ພ້ອມກັບກິລາປະເພດຕ່າງໆຢູ່ SEA Games 31.

ຕອບກັບ

ຂ່າວ/ບົດ​ອື່ນ