ກິລາ ຫວຽດນາມ ສູ້ຊົນຍາດໄດ້ຫຼຽນຄຳແຕ່ 4 – 5 ຫຼຽນໃນ ASIAD 2018

(VOVWORLD) - ຕອນຄ່ຳວັນທີ 10 ກຸມພາ, ທີ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຕັ້ງງານພົບປະສັງສັນຕົ້ນລະດູບານໃໝ່ກັບບັນດາຄູຝຶກ, ນັກກິລາດີເດັ່ນ ແລະ ຄູຝຶກ, ນັກກິລາຄົນພິການດີເດັ່ນ 2017.
ກິລາ ຫວຽດນາມ ສູ້ຊົນຍາດໄດ້ຫຼຽນຄຳແຕ່ 4 – 5 ຫຼຽນໃນ ASIAD 2018 - ảnh 1 (ພາບປະກອບ)

ງານພົບປະສັງສັນແນໃສ່ຮັບຮູ້ບັນດາຜົນງານ ຊຶ່ງບັນດາຄູຝຶກ, ນັກກິລາຂອງ ຫວຽດນາມ ໄດ້ປະກອບສ່ວນໃນປີຜ່ານມາ; ພ້ອມທັງ ຈັດວາງບັນດາເປົ້າໝາຍສູ້ຊົນໃຫ້ປີຕໍ່ໄປ, ພິເສດແມ່ນປີ 2018 ຕ້ອງຍາດໄດ້ 4 – 5 ຫຼຽນຄຳຢູ່ ASIAD ຊຶ່ງຈະດຳເນີນຢູ່ ອິນໂດເນເຊຍ.

        ທີ່ງານພົບປະສັງສັນ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນງອັກທ້ຽນ ໄດ້ອວຍພອນປີໃໝ່ບັນດາຄູຝຶກ, ນັກກິລາພ້ອມດ້ວຍຄອບຄົວ; ອວຍພອນກິລາ ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນປີ 2017 ແລະ ສູ້ຊົນບັນລຸຜົນງານດີເດັ່ນໃນຊຸມປີຕໍ່ໄປກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ