ກິລາແລ່ນ ແລະ ລານ ຫວຽດນາມຄ້ວາໄດ້ຫຼຽນຄຳເປັນປະຫວັດສາດທີ່ ASIAD 2018

(VOVWORLD) - ໃນປະເພດກິລາເຕັ້ນຍາວນີ້ແມ່ນຫຼຽນຄຳສຳລັບປະເພດກິລາ ແລ່ນ ແລະ ລານເປັຍຄັ້ງທຳອິດໃນປະຫວັດສາດກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ASIAD
ກິລາແລ່ນ ແລະ ລານ ຫວຽດນາມຄ້ວາໄດ້ຫຼຽນຄຳເປັນປະຫວັດສາດທີ່ ASIAD 2018 - ảnh 1 ນັກກິລາແລ່ນ ແລະ ລານຍິງ ບຸ່ຍທິທູຖາວ

ຕອນຄ່ຳວັນທີ 27 ສິງຫາ, ນັກກິລາແລ່ນ ແລະ ລານຍິງ ບຸ່ຍທິທູຖາວ ຄ້ວາໄດ້ຫຼຽນຄຳທີສອງ ໃຫ້ແກ່ຄະນະນັກກິລາ ຫວຽດນາມ ທີ່ງານມະຫາກຳກິລາ ອາຊີ ຄັ້ງທີ 18 (ASIAD 18), ໃນປະເພດກິລາເຕັ້ນຍາວນີ້ແມ່ນຫຼຽນຄຳສຳລັບປະເພດກິລາ ແລ່ນ ແລະ ລານເປັຍຄັ້ງທຳອິດໃນປະຫວັດສາດກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ASIAD. ໃນວັນທີ 27 ສິງຫາ, ຄະນະກິລາແລ່ນ ແລະ ລານ ຫວຽດນາມ ຍັງຄ້ວາໄດ້ຫຼຽນເງິນ 1 ຫຼຽນຂອງນັກກິລາ ແກວກທິລານ (ປະເພດແລ່ນຂ້າມຮົ້ວ 400 ແມັດ) ແລະ ຫຼຽນທອງຂອງຫງວຽນທິແອວງ (ແລ່ນ 3000 ແມັດ).

        ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນງອັກທ້ຽນ ໄດ້ຕົກລົງມອບລາງວັນເປັນຈຳນວນເງິນ 50 ລ້ານດົ່ງ, ເພື່ອສົ່ງເສີມ, ລະດົມກຳລັງໃຈນ້ຳໃຈການແຂ່ງຂັນຂອງນັກກິລາ ບຸ່ຍທິທູຖາວ ເວົ້າສະເພາະ ແລະ ບັນດານັກກິລາ ຫວຽດນາມ  ທີ່ພວມເຂົ້າຮ່ວມ ASIAD 2018 ເວົ້າລວມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ