ກວດກາການປະຕິບັດມະຕິສູນກາງພັກຄັ້ງທີ 4 ແລະ ຄຳສັ່ງເລກທີ 03 ຢູ່ແຂວງ ຫວີງຟຸກ

ກວດກາການປະຕິບັດມະຕິສູນກາງພັກຄັ້ງທີ 4 ແລະ ຄຳສັ່ງເລກທີ 03 ຢູ່ແຂວງ ຫວີງຟຸກ - ảnh 1

ກວດກາ​ການ​ປະຕິບັດ​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 4 ​ແລະ ຄຳ​ສັ່ງ​​ເລກທີ 03 ຢູ່​ແຂວງ ຫວີງ​ຟຸກ

(vovworld) - ​​ໃນ​ລະ​ຫວ່າງວັນ​ທີ 14 - 28/8, ທ່ານ​ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ກົມ​ການ​ເມືອງ​ໄປ​ກວດກາ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 4 (ຊຸດ​ທີ 11) “ບາງ​ບັນຫາ​ຮີບດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ຄຳ​ສັ່ງ​ເລກທີ 03 ຂ​ອງກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງຄຸນສົມບັດ​ປະ​ທານ ​ໂຮ່ຈີ​ມິນ  ຢູ່ ​ແຂວງ ຫວີງ​ຟຸກ. ນະທີ​ນີ້, ທ່ານ​ດິງ​ເທ໋ຮິງ ຢືນຢັນ​ວ່າ: ພາຍຫຼັງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ມາ​ເປັນ​ເວລາ 1 ປີ, ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ພະນັກງານ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ກ່ວາ. ດັ່ງ​ນັ້ນ, ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ຖັນ​ແຖວ​ພະນັກ​ງານ, ສະມາຊິກ​ພັກ​ຢູ່​ແຂວງ ຫວີງ​ຟຸກ ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ບົດບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້ນຳ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ໄດ້​ຮັບ​ການ​ຜັນ​ຂະຫຍາ​ຍ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ພັກ, ລະບົບ​ການ​ເມືອງ ​ແລະ ປະຊາຊົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​​ໂດຍ​ອີງ​ໃສ່​ໝາກຜົນ​ຂອງ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນຂອງ​ໝູ່ຄະນະ, ສ່ວນ​ບຸກຄົນໃນ​ຄະນະ​ປະຈຳ​​ພັກ​​ແຂວງ ຫວີງ​ຟຸກ, ທ່ານ ດິງ​ເທ໋ຮິງ ​ເນັ້ນ​ໜັກ​ວ່າ:

“ຄະນະ​ກວດກາ​ໄດ້​ສະ​ເໜີ​ຕໍ່​ຄະນະ​ປະຈຳ​​ພັກ​ແຂວງ ຫວີງ​ຟຸກ​ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊີ້​ນຳ​ໃຫ້​ຄະນະ​ພັກ​ຂັ້ນ​ຕ່າງໆ​ຍົກ​ສູງ​ຄຸນ​ນະພາ​ບການ​ດຳ​ເນີນ​ຊີວິດ​ພັກ​ຢູ່​ໜ່ວຍ​ພັກ, ສະກັດ​ກັ້ນ ​ແລະ ຍູ້​ໃຫ້​ສະພາບ​ຊຸ​ດໂຊມກ່ຽວ​ກັບ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ໃນ​ພະນັກງານ, ສະມາຊິ​ກພັກ​ຢ່າງ​ທັນ​ການ.”

ຂ່າວ/ບົດ​ອື່ນ