ກວດການະໂຍບາຍ,ກົດໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກສຳລັບຊາວເຜົ່າສ່ວນໜ້ອຍ

ກວດການະໂຍບາຍ,ກົດໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກສຳລັບຊາວເຜົ່າສ່ວນໜ້ອຍ - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາ ໂດຍ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ​
ແລະ ​ອົງການສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ ຈັດ​ຕັ້ງ
(TTXVN)

(Vovworld)- ​ ການກວດກາ​ນະ​ໂຍບາຍ, ກົດໝາຍ​ ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ສຳລັບ​ຊາວ​ເຜົ່າ​ສ່ວນ​ໜ້ອຍຢູ່​ຫວຽດນາມ - ສະພາບຕົວ​ຈິງ ​ແລະ ບັນດາ​ບັນຫາ​ທີ່​ວາງ​ອອກ “ ​ນັ້ນແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ໂດຍ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ​ອົງການສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ ຈັດ​ຕັ້ງ​​ໃນວັນ​ທີ 22/12, ຢູ່​ລ້າງ​ເຊີນ. ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ສູງ​ວຽກ​ງານ​ຊົນ​ເຜົ່າ ​ໃນ​ໄລຍະ 5 ປີ 2011-2015 ບັນລຸ​ໄດ້ໝາກຜົນທີ່​ເປັນ​ໜ້າ​ຊື່ນ​ຊົມຫຼາຍ​ຢ່າງ; ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ທີ່ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ທົ່ວ​ລະບົບ​ການ​ເມືອງ ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ບັນດາ​ນະ​ໂຍບາຍ​ໃໝ່​ທີ່​ໄດ້​ປະກາດ​ໃຊ້ ​ໄດ້​ເສີມ​ຂະຫຍາຍ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຮັດ​ໃຫ້​ໂສມ​ໜ້າ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູ​ສູງ​ມີການ​ປ່ຽນ​ແປງພໍ​ສົມຄວນ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຫຼຸດ​ລົງ​ໄວ​ກວ່າ​ລະດັບສະ​ເລ່ຍລວມ​ໃນ​ທົ່ວ​ປະ​ເທດ; ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ມີຄວາມ​ປອດ​ໄພ​ທາງ​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ໝັ້ນຄົງ. ປະຊາຊົນ​ບັນດາ​ເຜົ່າ​ມີ​ຄວາມ​ສາມັກຄີກັນ, ​ເຊື່ອ​ໝັ້ນ​ຕໍ່ການ​ນຳພາ​ຂອງ​​ພັກ, ມີ​ຄວາມມານະ​ພະຍາຍາມ​ສູ້​ຊົນ ​ບືນ​ຕົວ​ຂຶ້ນ ​​ເພື່ອຫຼຸດຜ່ອນ​ຄວາມທຸກ​ຍາກ.

    ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ແຢງ​ອຸດ, ຮອງ​ປະທານ​ສະພາ​ຊົນ​ເຜົ່າ ສະພາ​ແຫ່ງ​ຊາດ, ຖື​ວ່າ: ​ໃນ​ໄລຍະ​ປີ 2016-2020 ຄວນ​ມີ​ບັນດາ​ມາດ​ຕະການ​ປຸກລະດົມ ​ແລະ ປະຕິບັດ​ແຫຼ່ງກຳລັງລົງ​ທຶນຢູ່​ເຂດ​ຊົນ​ເຜົ່າ ​ແລະ ພູ​ສູງ​ໃຫ້​ເປັນ​ຢ່າງ​ດີ ​ເພື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ​ ສຳລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຄວນ​​ໃຫ້ບຸລິມະສິດ​​ແກ່ນະ​ໂຍບາຍ​ໜູນ​ຊ່ວຍ​ຊາວ​ຊົນ​ເຜົ່າ ບືນ​ຕົວ​ຂຶ້ນ ​​ເພື່ອຫຼຸດ​ພົ້ນ​​ອອກຈາກ​ຄວາມທຸກ​ຍາກ​ດ້ວຍ​ຕົນ​ເອງ​ຄື: ມອບ​ດິນ​ມອບ​ຢ່າໃຫ້​ປະຊາຊົນປົກ​ປັກ​ຮັກສາ​, ໜູນ​ຊ່ວຍ​​ໃນການ​ລ້ຽງສັດ, ໜູນ​ຊ່ວຍ​ທຶນກູ້​ຢືມ​….; ປະຕິບັດ​ໂຄງການ​ເປົ້າ​ໝາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ