ກວດກາ​ວຽກງານ​ຄຸ້ມ​ຄອງ​​ຊາຍ​ແດນ​ຢູ່​ດ້ຽນບຽນ

(VOVWORLD) -ວັນທີ 2 ມີນາ, ຄະນະປະຕິບັດງານກະຊວງການຕ່າງປະເທດຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ເລຮວ່າຍຈູງ ຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ ເປັນຫົວໜ້າຄະນະ ແລະ ໄດ້ມີການເຮັດວຽກກັບການນໍາແຂວງດ້ຽນບຽນ ກ່ຽວກັບວຽກງານຄຸ້ມຄອງເຂດຊາຍແດນ ແລະ ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດ. 
ກວດກາ​ວຽກງານ​ຄຸ້ມ​ຄອງ​​ຊາຍ​ແດນ​ຢູ່​ດ້ຽນບຽນ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ເຮັດວຽກກັບການນໍາແຂວງດ້ຽນບຽນ (ພາບ: TTXVN)

        ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ສະເໜີໃຫ້ແຂວງດ້ຽນບຽນ ສືບຕໍ່ເພີ່ມທະວີວຽກງານປົກປັກຮັກສາ, ຄຸ້ມຄອງຊາຍແດນ; ປະຕິບັດວຽກງານໂຄສະນາ, ສຶກສາໃຫ້ປະຊາຊົນເຂດຊາຍແດນ ປະຕິບັດ ສັນຍາວ່າດ້ວຍຊາຍແດນໄດ້ເປັນຢ່າງດີ; ສົມທົບກັນລາດຕະເວນລະຫວ່າງສອງຝ່າຍເປັນປະຈໍາ, ປົກປັກຮັກສາຄວາມສະຫງົບຢູ່ເຂດຊາຍແດນໃຫ້ໝັ້ນຄົງ. ໃນວຽກງານການຕ່າງປະເທດ, ທາງແຂວງດ້ຽນບຽນຕ້ອງກໍານົດ ແລະ ປະຕິບັດໄດ້ເປົ້າໝາຍ ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ອະທິປະໄຕເຂດຊາຍແດນ; ຫັນປ່ຽນໄປສູ່ການຮ່ວມມືພັດທະນາເສດຖະກິດດຢ່າງແຮງ; ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງທາງພາກເໜືອຂອງລາວ, ກໍຄືເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໄປຄຽງຄູ່ກັນນັ້ນ, ທາງແຂວງຈົ່ງສືບຕໍ່ຈັດຕັ້ງບັນດາກິດຈະກໍາພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາ ແລະ ພັດທະນາການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັບລາວ ແລະ ຈີນ.

        ແລະກໍໃນວັນດຽວກັນ, ຄະນະປະຕິບັດງານກໍໄດ້ໄປສໍາຫຼວດ ແລະ ເຮັດວຽກກັບກອງບັນຊາການຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ໄຕຈາງ. ນອກຈາກນັ້ນ ກໍໄດ້ໄປຢ້ຽມຢາມບັນດາສະຖານທີ່ຕ່າງໆຢູ່ແຂວງດ້ຽນບຽນ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ