ກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸນ້ຳຖ້ວມ ຢູ່ພາກກາງ

ກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸນ້ຳຖ້ວມ ຢູ່ພາກກາງ - ảnh 1
(ພາບປະກອບ: TTXVN)

​(vovworld) – ຕອນ​ເຊົ້າ​ວັນ​ທີ 27/10, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ໄປ​ກວດກາ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸ​ Wutip ​ແລະ Nari ຢູ່​ແຂວງ​ກວາງ​ບິ່ນ.

ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຢ້ຽມຢາມ​ຟາ​ມ ຫວຽດນາມ - ຈີນ, ​ເມືອງ ​ໂບ໋​ແຈກ, ​ແຂວງ​ກວາງ​ບິ່ນ, ​ແຫ່ງ​ທີ່​ມີ​ຕົ້ນ​ຢາງພາລາ​ກວ່າ 2000 ​ເຮັກຕາ​ຖືກ​ທຳລາຍ​ຍ້ອນ​ພາຍຸ​ດັ່ງກ່າວ. ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​ໃສ່​ໃຈ​ວ່າ:

ປະຈຸ​ບັນ​ຕ້ອງ​ນຳ​ໃຊ້​ຕົ້ນ​ໄມ້​ທີ່​ຖືກ​ທຳລາຍ​ຄື​ແນວ​ໃດ, ປຸງ​ແຕ່ງ ​ແລະ ຮັກສາ​ລາຄາ​ຄື​ແນວ​ໃດ. ຕ້ອງ​ມີ​ການ​ຊີ້​ນຳ, ນຳພາ​ວຽກ​ງານ​ແກ້​ໄຂ ​ເພື່ອ​ແບ່ງ​ເບົາ​ຄວາມ​ເສຍ​ຫາຍ​ກັບ​ປະຊາຊົນ. ທາງ​ເມືອງ​ກໍ່​ຕ້ອງ​ວາງ​ແຜ​ນກຳນົດ​ຄືນ​ໃໝ່, ​ກໍ່​ຄື​ມີ​ແຜນ​ຮ່າງ​ພັດທະນາ​​ເສດຖະກິດ​ຢ່າງ​ໝັ້ນຄົງ, ​ເພື່ອ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ພາກ​ກາງ​ພັດທະນາ​ຂຶ້ນ“.

ຂ່າວ/ບົດ​ອື່ນ