ກວດກາຮ່າງກົດໝາຍວ່າດ້ວຍການສຶກສາປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ຕ້ານກໍ່ການຮ້າຍ

ກວດກາຮ່າງກົດໝາຍວ່າດ້ວຍການສຶກສາປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ຕ້ານກໍ່ການຮ້າຍ - ảnh 1
ວາລະ​ປະຊຸມ​ເປີດ​ກ້ວາງ​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ

(vovworld) - ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລ​ະ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ເປີດ​ກ້ວາງ​ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Huynh Ngoc Son ​ເປັນ​ປະທານ​ກອງ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 10/8. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ​ທີ່​ວາລະ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 10/8 ນີ້, ຜູ້​ແທນ​ສ່ວນ​ຫຼາຍ​ເຫັນ​ດີ​ເຫັນ​ພ້ອມ ກ່ຽວ​ກັບ​ເລື່ອງ​ປະກາດ​ໃຊ້​ກົດໝາຍ​ດັ່ງກ່າວ, ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ດ້ານ​ນິຕິ​ກຳ​ຢ່າງ​ແຮງ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ​​ໃນ​ເງື່ອນ​ໄຂ​ສະພາບກໍ່​ການ​ຮ້າຍ​ສາກົນ ​ແລະ ພາກ​ພື້ນ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ສະ​ເໜີ​ຄຳ​ຄິດ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ຫົວໜ້າ​ອະນຸ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ ສັງ​ກັດກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລ​ະ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ ທ່ານ Tran Dinh Nha ຖື​ວ່າ:

“ຮ່າງ​ກົດໝາຍ​ຄວນສະ​ແດງ​​ໃຫ້​ເຫັນ​ແຈ້ງບັນດາ​ລັກສະນະ​ພິ​ເສດໃນ​ບັນດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ ກໍ່​ການ​ຮ້າຍ, ໜູນ​ຊ່ວຍ​ກໍ່​ການ​ຮ້າຍ, ການ​ເຄື່ອນ​ໄຫວ​ຕ້ານ​ກໍ່​ການ​ຮ້າຍ, ການ​ເຄື່ອນ​ໄຫວ​ສືບສວນ, ພິພາກສາ.​.​.​ ສຳລັບ​ບັນດາ​ອາດຊະຍາ​ກຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ກໍ່​ການ​ຮ້າຍ, ຮ່ວມ​ມື​ສາກົນ, ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ ​ແລະ ລະບ​ອບ​ພິ​ເສດ​ສະ​ເພະ​ໃນ​ການ​ປ້ອງ​ກັນບັນດາ​ຜູ້ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ ກໍ​ຄື​ນະ​ໂຍບາຍ​ພິ​ເສດ​ສະ​ເພາະຕໍ່​ບັນດາ​ບຸກຄົນ​ນີ້”

ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາ​ລີ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົ​ດໝາຍວ່າ​ດ້ວຍ​ການ​ສຶກສາ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ