ກ​ວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​​ຍາດ CoVid ຄົນທຳ​ອິດ​ຢູ່ ອາ​ຟ​ຼິກ​ກາ

(VOVWORLD) - ວັນທີ 14 ກຸມພາ, ກະຊວງສາທາລະນະສຸກ ອີຢິບ ໄດ້ຢັ້ງຢືນວ່າ ໄດ້ກວດພົບຜູ້ຕິດພະຍາດປອດອັກເສບທີ່ເກີດຈາກເຊື້ອໄວຣັດ Corona (Covid - 19)ເປັນກໍລະນີທຳອິດ. 
ກ​ວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​​ຍາດ CoVid ຄົນທຳ​ອິດ​ຢູ່ ອາ​ຟ​ຼິກ​ກາ - ảnh 1(ພາບປະກອບ: north-africa.com

ນີ້ກໍ່ແມ່ນ ຜູ້ຕິດເຊື້ອພະຍາດ COVID – 19 ຄົນທຳອິດຢູ່ ອາຟຼິກກາ. ແຈ້ງການຮ່ວມຂອງ ກະຊວງສາທາລະນະສຸກ ແລະ ກະຊວງປະຊາກອນ ອີຢິບ ໃຫ້ຮູ້ວ່າ ຄົນຜູ້ນີ້ບໍ່ມີອາການຕິດເຊື້ອພະຍາດ ແລະ ໄດ້ແຍກຕົວອອກຕ່າງຫາກຢູ່ໂຮງໝໍແຫ່ງໜຶ່ງ ເພື່ອຕິດຕາມ ແລະ ປິ່ນປົວ. ເຈົ້າໜ້າທີ່ ອີຢິບ ໄດ້ແຈ້ງກັບ ອົງການອະນາໄມໂລກ (WHO) ກ່ຽວກັບຜູ້ຕິດເຊື້ອດັ່ງກ່າວ, ແຕ່ຍັງບໍ່ທັນຮູ້ສັນຊາດຢ່າງຊັດເຈນເທື່ອ.

        ໃນຂະນະນັ້ນ, ຢູ່ຈີນ, ວັນທີ 14 ກຸມພາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມມານະພະຍາຍາມເພື່ອປ້ອງກັນ,ຕ້ານ ແລະ ຄວບຄຸມໂລກລະບາດ, ກໍ່ຄືປັບປຸງລະບົບຄວບຄຸມການແພດສຸກເສີນ.

ຕອບກັບ

ຂ່າວ/ບົດ​ອື່ນ