ກວດ​ພົບ​ຜູ້ຕິດ​ເຊື້ອ​ໄວ​ຣັດ​ກາຍ​ພັນ​ Omicron ​ເປັນ​ກໍ​ລະ​ນີ​ທຳ​ອິດຢູ່ ຫວຽດ​ນາມ

(VOVWORLD) -ໂຮງໝໍສູນກາງກອງທັບ 108 ໄດ້ຮັບ 1 ກໍລະນີ ຕິດເຊື້ອໄວຣັດກາຍພັນ Omicron ເຊິ່ງເປັນຜູ້ໂດຍສານເຮືອບິນ QH9028 ທີ່ມາຈາກ ອັງກິດ ເຂົ້າເມືອງ ຫວຽດນາມ. ນີ້ແມ່ນກໍລະນີທຳອິດທີ່ຕິດເຊື້ອໄວຣັດກາຍພັນ Omicron ຢູ່ ຫວຽດນາມ ແລະ ໄດ້ປະຕິບັດການແຍກຫ່າງ, ຄວບຄຸມຢ່າງທັນການພາຍຫຼັງທີ່ເຂົ້າເມືອງ ຫວຽດນາມ.
ກວດ​ພົບ​ຜູ້ຕິດ​ເຊື້ອ​ໄວ​ຣັດ​ກາຍ​ພັນ​ Omicron ​ເປັນ​ກໍ​ລະ​ນີ​ທຳ​ອິດຢູ່ ຫວຽດ​ນາມ - ảnh 1(ພາບປະກກອບ: VOV)

 ຕາມລະບົບຕິດຕາມກວດກາພະຍາດຕິດຕໍ່ ຫວຽດນາມ ແລະ ໂຮງໝໍສູນກາງ ກອງທັບ 108, ວັນທີ 19 ທັນວາ 2021, ໂຮງໝໍສູນກາງກອງທັບ 108 ໄດ້ຮັບ 1 ກໍລະນີ ຕິດເຊື້ອໄວຣັດກາຍພັນ Omicron ເຊິ່ງເປັນຜູ້ໂດຍສານເຮືອບິນ QH9028 ທີ່ມາຈາກ ອັງກິດ ເຂົ້າເມືອງ ຫວຽດນາມ. ນີ້ແມ່ນກໍລະນີທຳອິດທີ່ຕິດເຊື້ອໄວຣັດກາຍພັນ Omicron ຢູ່ ຫວຽດນາມ ແລະ ໄດ້ປະຕິບັດການແຍກຫ່າງ, ຄວບຄຸມຢ່າງທັນການພາຍຫຼັງທີ່ເຂົ້າເມືອງ ຫວຽດນາມ.

        ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 27 ທັນວາ ຫາເວລາ 16 ໂມງຂອງວັນທີ 28 ທັນວາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 14.440 ກໍລະນີ; ເປັນອັນວ່າ, ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 1.680.985 ກໍລະນີ.

        ກໍໃນວັນດຽວກັນ, ມີຜູ້ຕິດເຊື້ອ 4.668 ຄົນໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ຫາຍດີຢູ່ ຫວຽດນາມ ຂຶ້ນເປັນ 1.264.282 ກໍລະນີ ແລະ ມີ 214 ກໍລະນີເສຍຊີວິດ.

        ກ່ຽວກັບອັດຕາການສັກວັກຊິນກັນພະຍາດໂຄວິດ - 19, ໄລ່ຮອດຕອນບ່າຍວັນທີ 28 ທັນວາ, ອັດຕາຜູ້ສັກວັກຊິນເຂັມທຳອິດຢູ່ ຫວຽດນາມ ບັນລຸ 98,8%, ສ່ວນຜູ້ໄດ້ສັກຄົບສອງເຂັມບັນລຸ 88,5% ຈຳນວນປະຊາກອນທີ່ມີອາຍຸແຕ່ 18 ປີຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ