ກວ​ດ​ພົບ​ເຊື້ອ​ໄວ​ຣັດ​ກາຍ​ພັນ “Deltacron” ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ, ​ສະ​ກັດ​ກັ້ນຂອງວັກ​ຊິນ

(VOVWORLD) -Deltacron ແມ່ນເຊື້ອໄວຣັດກາຍພັນໂດຍປະສົມລະຫວ່າງ Delta ແລະ Omicron.
ກວ​ດ​ພົບ​ເຊື້ອ​ໄວ​ຣັດ​ກາຍ​ພັນ “Deltacron” ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ, ​ສະ​ກັດ​ກັ້ນຂອງວັກ​ຊິນ - ảnh 1(ພາບປະກອບ: DPA)

    ມີເຊື້ອໄວຣັດກາຍພັນໃໝ່ຂອງ SARS – CoV – 2 ເຊິ່ງມີຊື່ເອີ້ນວ່າ “Deltacron”  ໄດ້ກວດພົບຢູ່ ເອີຣົບ ແລະ ອາເມລິກາ ໃນມໍ່ໆມານີ້. Deltacron ແມ່ນເຊື້ອໄວຣັດກາຍພັນໂດຍປະສົມລະຫວ່າງ Delta ແລະ Omicron. ຕາມອົງການອະນາໄມໂລກ (WHO) ແລ້ວ, “Deltacron” ຖືກກວດພົບດ້ວຍຈຳນວນໜ້ອຍຢູ່ບັນດາປະເທດ ເອີຣົບ ຄື ຝລັ່ງ, ແດນມາກ, ເຢຍລະມັນ ແລະ ໂຮນລັງ. ໃນຂະນະນັ້ນ, ໜັງສືພິມ The New York Times ໄດ້ໃຫ້ຂ່າວວ່າ ຫວ່າງມໍ່ໆມານີ້ ອາເມລິກາ ກໍຢັ້ງຢືນ 2 ກໍລະນີຕິດເຊື້ອໄວຣັດ Deltacron. ນັກວິທະຍາສາດໃຫ້ຮູ້ວ່າ ເຊື້ອໄວຣັດກາຍພັນດັ່ງກ່າວ “ແມ່ນຫາຍາກ” ແລະ ບໍ່ແມ່ນ “ເຊື້ອໄວຣັດກາຍພັນທີ່ເປັນໜ້າວິຕົກກັງວົນ” ຕາມການຈັດປະເພດຂອງອົງການ WHO. ກ່ຽວກັບປະສິດທິຜົນຂອງວັກຊິນໃນການປ້ອງກັນ, ຕ້ານເຊື້ອໄວຣັດກາຍພັນ Deltacron, ບັນດານັກວິທະຍາສາດໃຫ້ຮູ້ວ່າ ວັກຊິນຊະນິດຕ່າງໆໃນປັດຈຸບັນ ຍັງບັນລຸປະສິດທິຜົນໃນການປ້ອງກັນ, ຕ້ານເຊື້ອໄວຣັດກາຍພັນ Deltacron ຄ້າຍຄືກັນກັບປະສິດທິຜົນທີ່ບັນລຸໄດ້ໃນການປ້ອງກັນ, ຕ້ານເຊື້ອໄວຣັດສາຍພັນອື່ນໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ