​ກວດ​​ລົດ​ຂົນ​ສົ່ງ​, ທັນ​ຍາ​ຫານ, ​ອາ​ຫານເຄື່ອງ​ຂອງ​ທີ່​ຈຳ​ເປັນເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕາມນັ້ນແລ້ວ, ບໍ່ປະຕິບັດການກວດບັນດາຍານພາຫະນະຂົນສົ່ງສິນຄ້າທີ່ຈຳເປັນ, ທັນຍາຫານ, ອາຫານ ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ (ເຊິ່ງໄດ້ຕິດລະຫັດ QR Code ຂອງຂະແໜງຄົມມະນາຄົມ ແລະ ຂົນສົ່ງ) ຢູ່ບັນດາເສັ້ນທາງຄວາມໄວສູງ, ເສັ້ນທາງຫຼວງ, ເສັ້ນທາງແຂວງຕໍ່ແຂວງ, ເສັ້ນທາງລະຫວ່າງບັນດາເມືອງ, ຄົມມະນາຄົມຕົວເມືອງໃນຂອບເຂດທົ່ວປະເທດ.
​ກວດ​​ລົດ​ຂົນ​ສົ່ງ​, ທັນ​ຍາ​ຫານ, ​ອາ​ຫານເຄື່ອງ​ຂອງ​ທີ່​ຈຳ​ເປັນເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: baochinhphu.vn

ວັນທີ 25 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ໄດ້ເຊັ່ນປະກາດໃຊ້ເອກະສານແນະນຳໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ກ່ຽວກັບການຂົນສົ່ງສິນຄ້າທີ່ຈຳເປັນເພື່ອຮັບໃຊ້ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນເຂດເກີດໂລກລະບາດໂຄວິດ - 19.

ຕາມນັ້ນແລ້ວ, ບໍ່ປະຕິບັດການກວດບັນດາຍານພາຫະນະຂົນສົ່ງສິນຄ້າທີ່ຈຳເປັນ, ທັນຍາຫານ, ອາຫານ ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ (ເຊິ່ງໄດ້ຕິດລະຫັດ QR Code ຂອງຂະແໜງຄົມມະນາຄົມ ແລະ ຂົນສົ່ງ) ຢູ່ບັນດາເສັ້ນທາງຄວາມໄວສູງ, ເສັ້ນທາງຫຼວງ, ເສັ້ນທາງແຂວງຕໍ່ແຂວງ, ເສັ້ນທາງລະຫວ່າງບັນດາເມືອງ, ຄົມມະນາຄົມຕົວເມືອງໃນຂອບເຂດທົ່ວປະເທດ. ການກວດບັນດາຍານພາຫະນະຂົນສົ່ງສິນຄ້າທີ່ຈຳເປັນຮັບໃຊ້ໃຫ້ແກ່ຊີວິດການເປັນຢູ່ຂອງ ປະຊາຊົນ ພຽງແຕ່ໄດ້ຮັບການປະຕິບັດຢູ່ບັນດາຈຸດມອບຮັບສິນຄ້າ ທີ່ຮັບປະກັນການປະຕິບັດບັນດາຄວາມຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ