ກວ່າ 10.000 ເທື່ອຄົນ ໄປຖະຫວາຍທູບທຽນພົນເອກ ຫວໍງວຽນຢາບ

ກວ່າ 10.000 ເທື່ອຄົນ ໄປຖະຫວາຍທູບທຽນພົນເອກ ຫວໍງວຽນຢາບ - ảnh 1
ກວ່າ 10.000 ເທື່ອຄົນໄປຖະຫວາຍທູບທຽນພົນເອກ ຫວໍງວຽນຢາບ
(ພາບ: tuoitre.vn)


​(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັດ​ໄຊະນະ ດ້ຽນບຽນ​ຝູ (07/05/1975 – 07/05/2015), ​ໃນ 3 ມື້​ຜ່ານ​ມາ, ມີ​ປະຊາຊົນ​ກວ່າ 10.000 ​ເທື່ອ​ຄົນ​ທີ່​ມາ​ຈາກ​ທຸກ​ແຖບ​ຖິ່ນ​ຂອງ​​ປະ​ເທດ ​ໄດ້​​ມາ​ໄຫວ້​ອາ​ໄລ, ຖະຫວາ​ຍທູບ​ທຽນຢູ່ສຸສານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ທີ່ ວຸງ​​​ຈົ່ວ, ​ເກາະ​ອ໋ຽນ (​ແຂວງ​ກວາງ​ບິ່ງ). ຮ້ອຍ​ໂທ ຄັກງວກ​ເຕີນ​ຮ່າວ, ຫົວໜ້າ​ກອງ​ປົກ​ປັກ​ຮັກສາ​ເຂດ​ສຸສານ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໃຫ້​ຮູ້​ວ່າ, ​ໃນ​ໂອກາດ​ນີ້ຈຳນວນຜູ້​ເຂົ້າ​​ໄຫວ້​ອາ​ໄລ​ທີ່ສຸ​ສານພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ເພີ່ມ​ຂຶ້ນຫຼາຍ, ສະ​ນັ້ນ​ກົມ​ກອງ​ໄດ້​ເພີ່ມ​​ກຳລັງ, ຈັດ​ຕັ້ງກະກຽມ​ຢ່າງ​ລອບ​ຄອບ​ຖີ່ຖ້ວນ​ໃນ​ທຸກ​ດ້ານ​ເພື່ອ​ຮັບ​ໃຊ້​ປະຊາຊົນ. ສະ​ນັ້ນ, ທຸກ​ຄົນ​​ເຂົ້າ​​ໄຫວ້​ອາ​ໄລ​ທີ່​ສຸສານ​ພົນ​ເອກ ຫວໍງ​ວຽນ​ຢາ​ບ ລ້ວນ​ແຕ່​ໄດ້​ຮັບ​ການ​ຕອບ​ສະໜອງ​ເປັນ​ຢ່າງ​ດີ​ທີ່​ສຸດ.
ຂ່າວ/ບົດ​ອື່ນ