ກ່ວາ 11.000 ເສຍຊີວິດ ແລະ ຮັບບາດເຈັບ ຍ້ອນເຫດແຜ່ນດິນໄຫວຢູ່ ເຊຊວນ ປະເທດ ຈີນ

ກ່ວາ 11.000 ເສຍຊີວິດ ແລະ ຮັບບາດເຈັບ ຍ້ອນເຫດແຜ່ນດິນໄຫວຢູ່ ເຊຊວນ ປະເທດ ຈີນ - ảnh 1
ຕາມ​ການຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ​ມີ​ເຮືອນ​ຊານ​ກ່ວາ 10.000 ຫລັງຖືກ​ທຳລາຍ
(ພາບ: ສຳນັກຂ່າວສານ ຊິນຮວາ)

(vovworld) –  ຮອດ​ເວລາ 10 ​ໂມງ​ຕອນ​ເຊົ້າ​ວັນ​ທີ 21/4 (ຕາມ​ເວລາ ຫວຽດນາມ), ​ເຫດ​ແຜ່ນດິນ​ໄຫວ​ມີ​ຄວາມ​ແຮງ 7 ຣິກ​​ເຕີ ທີ່​ເກີດ​ຂຶ້ນຢູ່​ນະຄອນ ຢ໊າອານ​ (​ແຂວງ ​ເຊຊວນ) ​ໄດ້​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ 180 ຄົນ ​ແລະ ຜູ້​ຮັບ​ບາດ​ເຈັບ 11.227 ຄົນ ​ແລະ ຍັງ​ມີ​ຜູ້​ຫາຍ​ສາບ​ສູນ 24 ຄົນ. ຕາມ​ການຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ​ມີ​ເຮືອນ​ຊານ​ກ່ວາ 10.000 ຫລັງຖືກ​ທຳລາຍ. ວັນ​ທີ 20/4, ທ່ານ​ນາຍົກລັດຖະມົນຕີ ຈີນ ຫລີ​ເຄີ​ຊຽງ ​ໄດ້​ລົງ​ຢ້ຽມຢາມ​ ​ເມືອງ ລູຊານ ເຂດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ເຫດ​ແຜ່ນດິນ​ໄຫວ​​ ​ເພື່ອ​ສຳ​ຫລວດ​ໂດ​ຍກົງ, ກຳ​​ແໜ້ນສະພາບ​ການ ​ແລະ ຊີ້​ນຳ​ວຽກ​ງານ​ກູ້​ໄຟ​ກູ້​ຊີບ, ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ. ທ່ານ ນາຍົກລັດຖະມົນຕີ ຫລີ​​ເຄີ​ຊຽງ  ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກວດກາ, ສຳ​ຫລວດແຕ່​ລະ​ຄອບຄົວ​ໂດຍ​ໄວ ​ແລະ ມານະ​ພະຍາຍາມ​ຢ່າງ​ສູງ​ສຸດ​ໃນ​ການ​ເຄື່ອນ​ໄຫວ​ກູ້​ໄຟ​ກູ້​ຊີບ.

        ​ໃນ​ຂະນະ​ນັ້ນ, ​ໂດຍ​ໄດ້​ຮັບ​ຂ່າວ​ຢູ່ແຂວງ ​ເຊຊວນ ​ເກີດ​ເຫດ​ແຜ່ນດິນ​ໄຫວຢ່າງ​ໜັກ​ໜ່ວງ, ວັນ​ທີ 20/4/2013, ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ສະພາ​​ແຫ່ງ​ຊາດ ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ຢ້ຽມຢາມ​ຖາມ​ຂ່າວ ​ເຖິງ​ການ​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ສະພາ​ຜູ້​ແທນ​ປະຊາຊົນແຫ່ງຊາດ ຈີນ.

ຂ່າວ/ບົດ​ອື່ນ