ກ່ວາ 18,4 ລ້ານຄົນໃນທົ່ວໂລກຕິດເຊື້ອພະຍາດໂຄວິດ-19

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 04 ສິງຫາ (ຕາມເວລາ UTC), ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກໄດ້ຂຶ້ນເຖິງ 18.434.503 ຄົນ, ໃນນັ້ນ ມີ 696.802 ຄົນເສຍຊີວິດ.
ກ່ວາ 18,4 ລ້ານຄົນໃນທົ່ວໂລກຕິດເຊື້ອພະຍາດໂຄວິດ-19 - ảnh 1 ກ່ວາ 18,4 ລ້ານຄົນໃນທົ່ວໂລກຕິດເຊື້ອພະຍາດໂຄວິດ-19 (ພາບ:  Reuters)

        ຢູ່ ອາຊີ, ປະຈຸບັນ ອິນເດຍ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່ຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.855.331 ຄົນ. ນີ້ກໍ່ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອຢືນອັນດັບທີ 3 ໃນໂລກ, ຖັດຈາກ ອາເມລິກາ ແລະ ບຣາຊິນ.

        ພ້ອມກັບ ອິນເດຍ, ປະເທດ ຟີລິບປີນ, ອິນໂດເນເຊຍ ແລະ ຍີ່ປຸ່ນ ກໍ່ແມ່ນບັນດາປະເທດທີ່ກວດພົບຜູ້ຕິດເຊື້ອຫລາຍຢູ່ ອາຊີ. ໃນ 24 ຊົ່ວໂມງຜ່ານມາ, ທັງ 3 ປະເທດດັ່ງກ່າວ ລ້ວນແຕ່ກວດພົບຜູ້ຕິດເຊື້ອໃໝ່ແຕ່ 1.500 – 3000 ຄົນ.

        ຢູ່ ເອີຣົບ, ລັດເຊຍ ແມ່ນປະເທດຖືກຜົນສະທ້ອນຢ່າງຮຸນແຮງຈາກ ໂຄວິດ-19 ເຊິ່ງຢືນອັນດັບ 4 ໃນໂລກ ແລະ ອັນດັບ 1 ຢູ່ ເອີຣົບ. ປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ລັດເຊຍ ແມ່ນ 856.264 ຄົນ, ໃນນັ້ນ ມີ 14.207 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ