ກ່ວາ 200 ຄົນເສຍຊີວິດຍ້ອນເຫດດິນເຊາະເຈື່ອນຢູ່ ກົງໂກ

(VOVWORLD) - ວັນທີ 19 ສິງຫາ, ວົງການເຈົ້າໜ້າທີ່ ກົງໂກ ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດຍ້ອນເຫດດິນເຊາະເຈື່ອນຢູ່ແຂວງ Ituri ຂອງປະເທດນີ້ອາດຈະຂຶ້ນເຖິງກ່ວາ 200 ຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບກັບຕົວເລກທີ່ໄດ້ປະກາດກ່ອນນັ້ນ. 
 
ກ່ວາ 200 ຄົນເສຍຊີວິດຍ້ອນເຫດດິນເຊາະເຈື່ອນຢູ່ ກົງໂກ - ảnh 1 ພາບປະກອບ

ຂ່າວຄາວດັ່ງກ່າວໄດ້ຍົກອອກມາໂດຍອີງໃສ່ບັນດາຕົວເລກກ່ຽວກັບບັນດາຄອບຄົວຖືກຖົມໃຕ້ດິນໃນເຫດດິນເຊາະເຈື່ອນກ່ອນນັ້ນໜຶ່ງວັນ. ທ່ານ Pacifique Keta, ຜູ້ຮັກສາການເຈົ້າແຂວງແຂວງ Ituri ໄດ້ລົງໄປສະຖານທີ່ເກີດເຫດໃນໝູ່ບ້ານ Tora ຢູ່ຂ້າງໜອງ Albert ທາງທິດຕາເວັນອອກສ່ຽງເໜືອປະເທດ ກົງໂກ, ບ່ອນທີ່ເກີດເຫດດິນເຊາະເຈື່ອນທີ່ຮ້າຍແຮງໃນວັນທີ 18 ສິງຫາ. ຕາມທ່ານ Keta ແລ້ວ, ມີຫຼາຍຄົນຖືກຖົມຢູ່ໃຕ້ດິນ ແລະ ວຽກງານກູ້ໄພກູ້ຊີບປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພູມສັນຖານດົນບັນດານ ແລະ ການສຳຜັດກໍ່ຫຍຸ້ງຍາກ. ເຈົ້າໜ້າທີ່ຜູ້ນີ້ໃຫ້ຮູ້ວ່າ ພວມມານະພະຍາຍາມຊຸກຍູ້ວຽກງານຊອກຫາກູ້ໄພກູ້ຊີບ. ຫຼາຍອົງການກູ້ໄພກູ້ຊີບ ແລະ ກຳລັງຮັກສາສັນຕິພາບ ສປຊ ກໍ່ເຂົ້າຮ່ວມເພື່ອຊອກຫາບັນດາຜູ້ປະສົບກັບຄວາມຫຍຸ້ງຍາກຢ່າງວ່ອງໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ