ກ່ວາ 4 ລ້ານ USD ເພື່ອຍົກສູງກຳລັງ ຄວາມສາມາດຮັບມືກັບໄພທຳມະຊາດ

ກ່ວາ 4 ລ້ານ USD ເພື່ອຍົກສູງກຳລັງ ຄວາມສາມາດຮັບມືກັບໄພທຳມະຊາດ - ảnh 1
(ພາບປະກອບ)
(vovworld) - ຕອນ​ເຊົ້າ​ວັນ​ທີ 23/04, ຢູ່​ຮ່າ​ໂນ້ຍ, ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA), ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ໄລຍະ 2 ​ຂອງໂຄງການ “ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດຢູ່​ຫວຽດນາມ”, ດ້ວຍ​ຍອດ​ຈຳນວນ​ເງິນ​ອຸປະຖຳກວ່າ 4 ລ້ານ USD. ​ໂຄງການຈະ​ຖື​ກດຳ​ເນີນ​ໄປ​ແຕ່​ເດືອນ 09/2013 ​ແລະ ຈະ​ແກ່ຍາວ​​​ເປັນ​ເວລາ 3 ປີ ດ້ວຍ​ຈຸດໝາຍ​ສັງ​ລວມ​ແມ່ນ “ຄວາມ​ສາມາດ​ຮັບ​ມື​ຂອງ​ປະຊາ​ຄົມ​ທີ່​ມີ​ຕໍ່​ໄພ​ທຳ​ມະ​ຊາດ ກ່ຽວຂ້ອງ​ເຖິງ​ນ້ຳ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຜ່ານ​ລະບົບ​ຄຸ້ມ​ຄອງນ້ຳ​ແກ່ງ”. ​ໂຄງການ​ນີ້​​ຈະ​ປະກອບສ່ວນ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ນ້ຳ​ຖ້ວມ​ຢູ່​ບັນດາ​ແຂວງ​ພາກ​ກາງ ​ເຊິ່ງລວມມີ: ​ເງະອານ, ກວາງ​ບິ່ງ, ຮ່າ​ຕິ້ງ, ​ເທື່ອ​ທຽນ​ເຫ໋ວ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​​ນ້ຳ​ຖ້ວມ​ຂອງ​ທົ່ວ​ເຂດ. ​ໃນ​ຂອບ​ເຂດ​ຂອງ​ໂຄງການ, ຝ່າຍ​ຍີ່ປຸ່ນ​ຈະ​ສົ່ງບັນດາ​ຜູ້​ຊ່ຽວຊານມາ​ຫວຽດນາມ ​ເພື່ອ​ມອບ​ໂອນ​ເຕັກ​ໂລ​ໂນ​ຊີ ​ແລະ ສະໜອງ​ບັນດາພາຫະ​ນະ​ເຄື່ອງ​ຈັກທີ່​ຈຳ​ເປັນ​​ເພື່ອຮັບ​ໃຊ້ການປະຕິບັດ​ໂຄງການ.
ຂ່າວ/ບົດ​ອື່ນ