ກວ່າ 96% ຈໍານວນຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ຢູ່ຫວຽດນາມ ​ໄດ້ຮັບ​ການ​ປິ່ນປົວຫາຍ​ດີ​​ເປັນ​ປົກກະຕິ

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 16 ເມສາ ຫາເວລາ 6 ໂມງຂອງວັນທີ 11 ມິຖຸນາ ແມ່ນ 56 ວັນຢ່າງລຽນຕິດ ທີ່ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໃນຊຸມຊົນ.
ກວ່າ 96% ຈໍານວນຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ຢູ່ຫວຽດນາມ ​ໄດ້ຮັບ​ການ​ປິ່ນປົວຫາຍ​ດີ​​ເປັນ​ປົກກະຕິ - ảnh 1 ສະພາບການໂລກລະບາດໂຄວິດ -  19 ຢູ່ຫວຽດນາມ ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 11 ມິຖຸນາ (ພາບ: ກະຊວງສາທາລະນະສຸກ)

   ຕາມແຫຼ່ງຂ່າວຈາກຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຕອນເຊົ້າວັນທີ 11 ມິຖຸນາ ແລ້ວ: ໄລ່ຮອດເວລາ 6 ໂມງຂອງວັນທີ 16 ເມສາ ຫາເວລາ 6 ໂມງຂອງວັນທີ 11 ມິຖຸນາ ແມ່ນ 56 ວັນຢ່າງລຽນຕິດ ທີ່ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໃນຊຸມຊົນ. ກໍລະນີຕິດເຊື້ອພະຍາດໂຄວິດ - 19 ຈໍານວນ 192 ຄົນກັບມາຈາກຕ່າງປະເທດນັ້ນ ລ້ວນແຕ່ໄດ້ປະຕິບັດການແຍກຕົວໃນທັນທີ ແລະ ບໍ່ສາມາດແຜ່ລະບາດອອກສູ່ວົງຄະນະຍາດໄດ້. ນັບແຕ່ເວລາ 18 ໂມງ ຂອງວັນທີ 10 ມິຖຸນາ ຮອດເວລາ 6 ໂມງຂອງວັນທີ 11 ມິຖຸນາ, ທົ່ວປະເທດບໍ່ພົບກໍລະນີຕິດເຊື້ອໃໝ່ຕື່ມອີກ.

        ຕາມບົດລາຍງານຂອງອະນຸກໍາມະການປິ່ນປົວ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລ້ວ: ຮອດຈຸດເວລານີ້, 320 ກໍລະນີ ໃນຈໍານວນ 332 ກໍລະນີມີຜົນກວດເປັນບວກກັບເຊື້ອໄວຣັດ SARS – CoV – 2 ຢູ່ຫວຽດນາມ ໄດ້ປະກາດຫາຍດີເປັນປົກກະຕິແລ້ວ, ເຊິ່ງກວມເອົາ 96,4% ຈໍານວນຜູ້ຕິດເຊື້ອ. ບໍ່ມີກໍລະນີໃດເສຍຊີວິດຍ້ອນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ