ກວ່າ1000ຫນ້າເວັບຂອງຝລັ່ງຖືກ hacker ບຸກໂຈມຕີພາຍຫລັງເຫດການCharlie Hebdo

ກວ່າ1000ຫນ້າເວັບຂອງຝລັ່ງຖືກ hacker ບຸກໂຈມຕີພາຍຫລັງເຫດການCharlie Hebdo - ảnh 1
ພາບ​ປະ​ກອບ:internet

(vovworld)-ບັນ​ດາ​ຫນ້າ​ເວັບ​ຖືກ​ບຸກ​ໂຈມ​ຕີ ສ່ວນ​ຫລາຍ​ແມ່ນ​ຫນ້າ​ເວັບ​ຂອງ ອຳ​ນາດ​ກາ​ນ​ປົກ​ຄອງ​ທ້ອງ​ຖິ່ນ, ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ໂບດ ແລະ ວິ​ສາ​ຫະ​ກິດ. ໃນ​ຫນ້າ​ຫລັກຂອງ​​ເວັບໄຊ ໄດ້​ປະ​ກົດ​ອອກ​ແຖວ​ຕົວ​ຫນັງ​ສື ເຊີ​ດ​ຊູ​ສາ​ສະ​ຫນາ​ອິດ​ສະ​ລາມ ພ້ອມ​ທັງ​ນາບ​ຂູ່​ປະ​ເທດ​ຝ​ລັ່ງ. ເຖິ​ງ​ຢ່າງ​ກໍ​ຕາມ, ຕາມ​ວົງ​ການ​ຜູ້​ຊ່ຽວ​ຊານ​ແລ້ວ, ບັນ​ດາ​ເຫດ​​ການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ພຽງ​ແຕ່​ແມ່ນລັກ​ສະ​ນະ​ທຳ​ລາຍ​ຂະ​ຫນາດ​ນ້ອຍ ຫາກບໍ່ທັນ​ປະ​ກົດ​ເຫັນ​ບັນ​ດາ​ກຸ່ມ​ບຸກ​ໂຈມ​ຕີ​ເຕັກ​ໂນ​ໂລ​ຊີ​ສູງ​ມີ​ການ​ຈັດ​ຕັ້ງ. ​ໃນ​ຂະ​ນະ​ນັ້ນ,ປະ​ຊາ​ຄົມ​ມຸດ​ສະ​ລິມ​ໃນ​ໂລກ ກໍ​ມີປະ​ຕິ​ກິ​ລິ​ຍາ​ຫລາຍ​ຢ່າງ​ຕໍ່​ເລ​ື່ອງວາ​ລະ​ສານ Charlie Hebdo ສືບ​ຕໍ່​ພິມ​ພາບ​ເຢາະ​ເຢີ້ຍ​ກ່ຽວ​ກັບ​ນັກ​ທຳ​ນາຍ​ອິດ​ສະ​ລາມ.

ຂ່າວ/ບົດ​ອື່ນ