ກ່ວາ170ຕື້ດົ່ງສະໜັບສະໜູນລາຍການໜູນຊ່ວຍສັງຄົມເຂດໄຕງວຽນ

ກ່ວາ170ຕື້ດົ່ງສະໜັບສະໜູນລາຍການໜູນຊ່ວຍສັງຄົມເຂດໄຕງວຽນ - ảnh 1
ລາຍ​ການ “ຄວາມ​ຫວັງ​ເຂດ​ພູ​ຜ່າ​ປ່າ​ໄມ້”
(ພາບ: cand.com.vn)

(vovworld) – ກ່​ວາ170ຕື້​ດົ່ງ​ສະ​ໜັບ​ສະ​ໜູນ​ລາຍ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ແຂວງ​ ທ໋າຍງວຽນ - ນີ້​ແມ່ນ​ຈຳ​ນວນ​ເງິນ​ໂດຍ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກູ້​ສົນ​ເກ້ຍກອມ​ມາ​ໄດ້​ເພື່ອ​ສະ​ໜັບ​ສະ​ໜູນ​ລາຍ​ການ​ໜູນ​ຊ່ວຍ​ສັງ​ຄົມເຂດ ໄຕ​ງວຽນ, ໃນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ຫວັງ​ເຂດ​ພູ​ຜ່າ​ປ່າ​ໄມ້” ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 17/5, ຢູ່​ນະ​ຄອນ ດ່າ​ລາດ, ແຂວງ ເລີມ​ດົ່ງ. ລາຍ​ການນອນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສົງ​ເສີ​ມ​ການ​ລົງ​ທຶນ ແລະ ​ໜູນ​ຊ່ວຍ​ສັງ​ຄົມ​ເຂດ ໄຕ​ງວຽນ ຄັ້ງ​ທີ 3. ຜ່ານ​ລາຍ​ການ, ຄະ​ນະ​ຊີ້​ນຳ​ເຂດ ໄຕ​ງວຽນ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຄະ​ນະ, ຂະ​ແໜງ​ການ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ອົງ​ການ, ຫົວ​ໜ່ວຍ…ຜູ້​ໃຈ​ບຸນ​ໃຈ​ກູ້​ສົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ບັນ​ດາ​ອົງການ​ບັນ​ດາ​ລາຍ​ການ​​ໜ​ູ​ນ​ຊ່ວຍ​ສັງ​ຄົມ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ… ປະ​ກອບ​ສ່ວນປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ ໄຕ​ງວຽນ, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ທ້ອງ​ຖິ່ນ, ນຳ​ເຂດ ໄຕ​ງວຽນ ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ແລະ ໝັ້ນ​ຄົງ.

 

ຂ່າວ/ບົດ​ອື່ນ