ກ່ວາ1ພັນຄົນຖືກຈັດເຂົ້າບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸກທີ14

ກ່ວາ1ພັນຄົນຖືກຈັດເຂົ້າບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸກທີ14 - ảnh 1
ການຈັດ​​ເຂົ້າ​ບັນຊີ​ລາຍ​ຊື່ຜູ້ອອກ​ສະໝັກ​ຮັບເລືອກ​ຕັ້ງ​
ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸກ​ທີ 14 ຢູ່ຮ່າໂນ້ຍ
(ພາບອິນເຕີແນັດ)

(vovworld) -  “ ກ່ວາ1 ​ພັນ​ຄົນຖືກ​ຈັດ​​ເຂົ້າ​ບັນຊີ​ລາຍ​ຊື່ຜູ້ອອກ​ສະໝັກ​ຮັບເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸກ​ທີ 14 ” ນັ້ນ​ແມ່ນ​ຜົນງານ​ສັງ​ລວມ​​ເມື່ອໄລ່​ຮອດຕອນ​ບ່າຍ​ວັນ​ທີ 18/03, ພາຍຫລັງ 63 ​ແຂວງ, ນະຄອນ​ຂອງ ຫວຽດນາມ ສຳ​ເລັດ​ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງ​ທີ 2, ຕົກລົງ​ສ້າງ​ບັນຊີ​ລາຍ​ຊື່​ເບື້ອງ​ຕົ້ນ​ບັນດາ​ຜູ້​ອອກ​ສະ​ໝັກ​​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ຈຳນວນ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​​ໄດ້ເອງ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ອາຍຸ​ການ​ກ່ອນ, ພິ​​ເສດ​ແມ່ນ​ຢູ່ 2 ນະຄອນ​ໃຫຍ່ຄື ຮ່າ​ໂນ້ຍ​ແມ່ນ (48 ຄົນ) ​ແລະ ນະຄອນ​ໂຮ່ຈີ​ມິນ​ແມ່ນ (73 ຄົນ). ຕາມ​ການຕີ​ລາຄາ​ຂອງ​ທ່ານ ຫງວຽນ​ວັນ​ຟາ ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນີ້​ແມ່ນ​ສັນຍານ​ທີ່ດີ ​ເພາະວ່າ​ຈຳນວນ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເອງ​ເພີ່ມ​ຂຶ້ນ ຈະ​ຊ່ວຍ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ​ມີ​​ເງື່ອນ​ໄຫວ​ເລືອ​ກ​ເຟັ້ນຕື່ມ​ອີກ ​ເພື່ອ​ຜ່ານ​ການປຶກສາ​ຫາລື ສາມາດ​ສະ​ເໜີໄດ້​ບັນດາ​ຜູ້ດີ​ເດັ່ນຢ່າງ​ແທ້​ຈິງ​ເຂົ້າ​ບັນຊີ​ລາຍ​ຊື່​ຜູ້ອອກ​ສະໝັກ​ຮັບເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ.

        ຕາມ​ຂໍ້​ສັງ​ເກດ​ຂອງ​ຄະນະ​ປະຈຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ບັນດາ​ແຂວງ, ນະຄອນ, ບັນດາສຳ​ເນົາ​ເອກະສານ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ ທີ່ສົ່ງ​ມານັ້ນ ລ້ວນ​ແຕ່​​ຖືກ​ກັບຫລັກການ, ລະບຽບການ ​ແລະ ຂັ້ນ​ຕອນ, ຮັບປະກັນ​ຄວາມ​ຮຽກຮ້ອງ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ຖືກ​ກັບ​ກົດໝາຍ, ຕອບ​ສະໜອງ​ຄວາມຕ້ອງການ​ພື້ນຖານ​ກ່ຽວ​ກັບ​ໂຄງ​ປະກອບ, ພາກສ່ວນ​ໂດຍ​ກອງ​ປະຊຸມ​ປຶກສາ​ຫາ​ລື​ຄັ້ງ​ທີ 1 ​ຕົກລົງ.

        ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງ​ທີ 3 ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 13 – 17/04/2016.

ຂ່າວ/ບົດ​ອື່ນ