ກ່ວາ80ຄົນຖືກເສຍຊີວິດແລະຮັບບາດເຈັບໃນການວາງລະເບີດສະຫຼະຊີບຢູ່ປາກິດສະຖານ

ກ່ວາ80ຄົນຖືກເສຍຊີວິດແລະຮັບບາດເຈັບໃນການວາງລະເບີດສະຫຼະຊີບຢູ່ປາກິດສະຖານ - ảnh 1
ຕ​ຳຫຼວດ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ
(ພາ​ບ: AFP/TTXVN)

(vovworld) –  ​ວັນ​ທີ 15/3, ຢ່າງ​ໜ້ອຍ​ສຸດ​ມີ 14 ຄົນ​ເສ​ຍ​ຊີ​ວິດ ແລະ ເກືອບ 80 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ການ​ວາງ​ລ​ະ​ເບີດ​ສະຫຼະ​ຊີບ 2 ຄັ້ງ​ຢ່າງ​ລຽນ​ຕິດ​ຢູ່​ເຂດສາ​ສະ​ໜາ​ກາ​ໂຕ​ລິກ ທີ່​ນະ​ຄອນ Lahore, ພາກ​ຕາ​ເວັນ​ອອກ ປາ​ກິດ​ສະ​ຖານ. ຂະ​ບວນ​ການ​ອິດ​ສະ​ລາມ ຫົວ​ຮຸນ​ແຮງ ຕາ​ລີ​ບານ ຍອມ​ຮັບ​ໄດ້​ປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍນີ້. ເຫດ​​ວາງ​ລະ​ເບ​ີດ​ເກີດ​ຂຶ້ນ​ເມື່ອ​ບັນ​ດາ ຊາວ ກາ​ໂຕ​ລີກ ພວມ​ເຕົ້າ​ໂຮມກັນ​ຢູ່​ໃກ້​ກັບ​ໂບດ 2 ແຫ່ງ​ທີ່ Youhanabab. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ Nawaz Sharif ໄດ້​ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ ແລະ ອອກ​ຄຳ​ສັ່ງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ເຫດ​ກາ​ນ​ວາງ​ລະ​ເບີດ ເປັນ​ສາຍ​ເຫດ​ພາ​ໄປ​ເຖິງ​ການ​ຄັດ​ຄ້ານ​ໃໝ່​​ໃນ​ປະ​ຊາຄົມ​ຊາວ​ກາ​ໂຕ​ລີກ​ ຍ້ອນ​ຖື​ວ່າ​ລັດ​ຖະ​ບານບໍ່​​ປົກ​ປ້ອງ​ເຂົາ​ເຈົ້າ. ຊາວ​ກາ​ໂຕ​ລີກ​ນັບ​ຮ​້ອຍ​ຄົນ​ໄດ້​ລົງ​ຖະ​ໜົນ​ເດີນ​ຂະ​ບວນ ແລະ ບ​ຸກ​ໂຈມ​ຕີ​ຕຳຫຼວດ. ຕຳຫຼວດ 4 ຄົນ​ເສ​ຍ​ຊີ​ວິດ, ໃນ​ນັ້ນ​ມີ 2 ຄົນ​ເສຍ​ຊີ​ວິດ​ໃນ​​ເຫດ​ວາງ​ລະ​ເບີດ ແລະ​ 2 ຄົນ​ອື່ນ​ຖືກ​ບັນ​ດາ​ຜູ້​ແຫ່​ຂະ​ບວນ​​ປະ​ທ້ວງ​ເຂັ່ນ​ຂ້າ.

 


ຂ່າວ/ບົດ​ອື່ນ