ກວາງຈີ້ ຄວນເສີມຂະຫຍາຍແຫຼ່ງກຳລັງວັດຖຸ ແລະ ຈິດໃຈຢ່າງສຸດຂີດເພື່ອພັດທະນາ

ກວາງຈີ້ ຄວນເສີມຂະຫຍາຍແຫຼ່ງກຳລັງວັດຖຸ ແລະ ຈິດໃຈຢ່າງສຸດຂີດເພື່ອພັດທະນາ - ảnh 1
​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​
ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ
(ພາບ: TTXVN)

(vovworld) - ກວາງຈີ້ ຄວນ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ວັດຖຸ ​ແລະ ຈິດ​ໃຈ​ຢ່າງ​ສຸດ​ຂີດ​ເພື່ອ​ພັດທະ​ນາ ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ທີ່​ການ​ເຮັດ​ວຽກ​​ໃນ​ວັນ​ທີ 06/04 ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ກວາງ​ຈີ້ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ປ້ອງ​ການ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນ​ຕ່າງປະ​ເທດ, ວຽກ​ງານ​ກໍ່ສ້າ​ງພັກ, ກໍ່ສ້າງ​ລະບົບ​ການ​ເມື​ອງ. ທ່ານ​ເລຂາທິການ​ໃຫຍ່​ຊົມ​ເຊີຍ​ແຂວງ ກວາງ​ຈີ້ ​ໄດ້​ມີ​ການ​ປ່ຽນ​ໃໝ່​ຫລາຍ​ຢ່າງ​ກ່ຽວ​ກັບ​ແບບ​ແຜນ, ວິທີ​ການ​ຊີ້​ນຳ​ນຳພາ​ຕາມ​ທິດຄົບ​ຊຸດ, ຂ້ຽວຂາດ​ກ່ວາ. ກ່ຽວ​ກັບ​ໜ້າ​ທີ່​ຈະ​ມາ​ເຖິງ, ທ່ານ​ເລຂາທິການ​ໃຫຍ່​ເນັ້ນ​ໜັກ​ວ່າ ຄວນ​ສຸມ​ໃສ່​ປະຕິບັດ​​​ເປັນ​ຢ່າງ​ດີ​ທີ່​ສຸດ ​ເປົ້າ​ໝາຍສູ້​ຊົນຮອດ​ປີ 2020 ​ແຂວງ​ ກວາງ​ຈີ້ ບັນລຸ​ລະດັບ​ພັດທະນາ​ປານ​ກາງ​ໃນ​ທົ່ວ​ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ​ໃສ່​ໃຈ​ວ່າ ທາງ​ແຂວງ​ພັດທະນາ​ຮອບດ້ານ ​ແຕ່​​ຕ້ອງ​ມີ​ຈຸດ​ສຸມ, ຈຸດ​ພິ​ເສດ, ຕ້ອງ​ມີ​ຜະລິດ​ຕະພັນ​ລະອຽດ, ​ເສດຖະກິດ​ຕ້ອງ​ກ້າວ​ຂຶ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ; ພ້ອມ​ກັນ​ນັ້ນ ຈິດ​ໃຈ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຮຽກຮ້ອງ​ການ​ລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ