ກ໋​ວາງ​ຈິ​ຈັດ​ພິ​ທີ ໄວ້​ອາ​ໄລ ແລະ ປົງ​ສົບ 12 ອັດ​ຖິ​ທະ​ຫານທີ່ ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ​ຢູ່ ລາວ

(VOVWORLD) - ນີ້ແມ່ນອັດຖິໂດຍ ກອງບັນຊາການທະຫານແຂວງ ກ໋ວາງຈິງ ທ້ອນໂຮມ ໃນບໍລິເວນແຂວງ ສະຫວັນນະເຂດ, ລາວ ໃນລະດູແລ້ງ 2023 – 2024. 
ກ໋​ວາງ​ຈິ​ຈັດ​ພິ​ທີ ໄວ້​ອາ​ໄລ ແລະ ປົງ​ສົບ 12 ອັດ​ຖິ​ທະ​ຫານທີ່ ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ​ຢູ່ ລາວ - ảnh 1ບັນດາຜູ້ແທນ ນຳສົ່ງອັດຖິໄປປົງສົບ (ພາບ: VOV)

ວັນທີ 22 ພຶດສະພາ, ຢູ່ສຸສານ ທະຫານເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດເສັ້ນທາງ ເລກ 9, ແຂວງ ກ໋ວາງຈິ ໄດ້ຈັດພິທີ ໄວ້ອາໄລ ແລະ ປົງສົບ ໃຫ້ສຳເລັບ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ.

ນີ້ແມ່ນອັດຖິໂດຍ ກອງບັນຊາການທະຫານແຂວງ ກ໋ວາງຈິງ ທ້ອນໂຮມ ໃນບໍລິເວນແຂວງ ສະຫວັນນະເຂດ, ລາວ ໃນລະດູແລ້ງ 2023 – 2024. ທ່ານ ຫວໍມິງເລືອງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ, ການນຳ ແຂວງ ສະຫວັນນາເຂດ (ລາວ) ພ້ອມກັບບັນດາກຳລັງປະກອບອາວຸດ ແລະ ປະຊາຊົນແຂວງກ໋ວາງຈິ ໄດ້ເຂົ້າຮ່ວມພິທີໄວ້ອາໄລ, ປົງສົບ ແລະ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງຕໍ່ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອໜ້າທີ່ສາກົນອັນສູງສົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ