ກວາງນິງ, ດ່ານັ້ງ ຕ້ອນຮັບບັນດານັກທ່ອງທ່ຽວມາຢ້ຽມຢາມອວຍພອນບຸນເຕັດໃນຈຸດເວລາທຳອິດຂອງປີໃໝ່

(VOVWORLD) -ຕາມຜູ້ຕາງໜ້າທ່າກ່ຳປັ່ນຮັບແຂກສາກົນຕ່ວນເຈົາ ແລ້ວ, ຄາດວ່າ, ໃນມື້ນີ້ຈະມີນັກທ່ອງທ່ຽວ 10.000 ຄົນຈະແວ່ທ່າກ່ຳປັ່ນດັ່ງກ່າວ.

ກວາງນິງ, ດ່ານັ້ງ ຕ້ອນຮັບບັນດານັກທ່ອງທ່ຽວມາຢ້ຽມຢາມອວຍພອນບຸນເຕັດໃນຈຸດເວລາທຳອິດຂອງປີໃໝ່ - ảnh 1

 ນັກທ່ອງທ່ຽວມາຢ້ຽມຢາມແຂວງກວາງນິງໃນຈຸດເວລາທຳອິດຂອງປີໃໝ່ 2020

(ພາບ: TTXVN)

ຕອນເຊົ້າວັນທີ 25 ມັງກອນ (ກົງກັບວັນທີ 01 ບຸນເຕັດ), ຢູ່ທ່າກ່ຳປັ່ນຮັບແຂກສາກົນ ຕ່ວນເຈົາ, ນະຄອນຫ້າລອງ, ແຂວງກວາງນິງ, ມີນັກທ່ອງທ່ຽວທີ່ມາຈາກຝລັ່ງ, ຍີ່ປຸ່ນ ແລະ ໄຕ້ຫວັນ (ຈີນ) ຈຳນວນ 60 ຄົນ ໄດ້ມາຢ້ຽມຢາມແຂວງກວາງນິງ ໃນຈຸດເວລາທຳອິດຂອງປີໃໝ່ 2020. ຕາມຜູ້ຕາງໜ້າທ່າກ່ຳປັ່ນຮັບແຂກສາກົນຕ່ວນເຈົາ ແລ້ວ, ຄາດວ່າ, ໃນມື້ນີ້ຈະມີນັກທ່ອງທ່ຽວ 10.000 ຄົນຈະແວ່ທ່າກ່ຳປັ່ນດັ່ງກ່າວ.

          ແລະກໍ່ໃນຕອນເຊົ້າວັນດຽວກັນ, ພະແນກທ່ອງທ່ຽວນະຄອນດ່ານັ້ງ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ໄດ້ສົມທົບກັນຕ້ອນຮັບຖ້ຽວບິນທຳອິດທີ່ຂົນສົ່ງຜູ້ໂດຍສານກວ່າ 120 ຄົນທີ່ເດີນທາງຈາກນະຄອນໂຮ່ຈີມິນ ມາລົງຈອດຢູ່ນະຄອນດ່ານັ້ງ ໃນຍາມບຸນເຕັດປີຊວດ 2020. ປີ 2020, ດ່ານັ້ງ ໄດ້ວາງອອກຄາດໝາຍຕ້ອນຮັບນັກທ່ອງທ່ຽວ 9,8 ລ້ານເທື່ອຄົນ ແລະ ນຳຂະແໜງທ່ອງທ່ຽວກາຍເປັນຂະແໜງປາຍແຫຼມຂອງທ້ອງຖິ່ນ.

          ກ່ອນໜ້ານັ້ນ, ກ່ຽວຂ້ອງເຖິງເຊື້ອໄວຣັດ corona, ວັນທີ 24 ມັງກອນ, ທ່ານ ຫງວຽນຊວນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນດ່ານັ້ງ ໃຫ້ຮູ້ວ່າ, ຄະນະນັກທ່ອງທ່ຽວ 218 ຄົນທີ່ເດີນທາງຈາກ ອູຄານ, ປະເທດຈີນ ໄດ້ເຂົ້າເມືອງຢູ່ດ່ານັ້ງ ໃນວັນທີ 22 ມັງກອນ ແລະ ຄາດວ່າຈະກັບເມືອປະເທດໃນວັນທີ 27 ມັງກອນ  ໂດຍຖືກຕ້ອງຕາມແຜນການຂອງເຂົາເຈົ້າ, ຍັງບໍ່ທັນມີສັນຍານໃດທີ່ກ່ຽວຂ້ອງເຖິງພະຍາດໂດຍເຊື້ອໄວຣັດປອດອັກເສບ corona ກໍ່ຂຶ້ນ. ບັນດາອົງການທີ່ມີໜ້າທີ່ຢູ່ທ້ອງຖິ່ນຕ່າງໆພວມຕິດຕາມຈຳນວນນັກທ່ອງທ່ຽວດັ່ງກ່າວຢ່າງໃກ້ຊິດ ແລະ ຈະມີມາດຕະການແກ້ໄຂຢ່າງທັນການຖ້າຫາກເກີດອາການຜິດປົກກະຕິທາງດ້ານສຸຂະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ