ກ໋​ວາງ​ນິງ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 14 ລ້ານເທື່ອ​ຄົນ​ໃນ​ປີ 2019

(VOVWORLD) -ປີ 2019, ພ້ອມກັບການເພີ່ມທະວີມາດຕະການຄຸ້ມຄອງບັນດາການບໍລິການທ່ອງທ່ຽວ, ຂະແໜງການທ່ອງທ່ຽວ ແຂວງກ໋ວາງນິງ ໄດ້ສຸມໃສ່ເຂົ້າວຽກງານໂຄສະນາ, ເຜີຍແຜ່, ພັດທະນາຜະລິດຕະພັນການທ່ອງທ່ຽວ, ສ້າງຄວາມດຶງດູດແຂກທ່ອງທ່ຽວ. 
ກ໋​ວາງ​ນິງ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 14 ລ້ານເທື່ອ​ຄົນ​ໃນ​ປີ 2019 - ảnh 1ແຂກທ່ອງທ່ຽວໄປຢ້ຽມຊົມອ່າວຮະລອງ 

ບັນດາການເຄື່ອນໄຫວປະກອບສ່ວນດຶງດູດແຂກທ່ອງທ່ຽວມາທ່ຽມຢູ່ແຂວງກ໋ວາງນິງ ໄດ້ປະມານ 14 ລ້ານເທື່ອຄົນ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2018, ໃນນັ້ນ ແຂກສາກົນບັນລຸໄດ້ 5,7 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມລວມຂອງ ແຂວງກ໋ວາງນິງ. ປີ 2020, ຂະແໜງທ່ອງທ່ຽວແຂວງກ໋ວາງນິງ ຕັ້ງເປົ້າໝາຍຈະຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 15,5 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວສາກົນ 6,5 ລ້ານເທື່ອຄົນ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານ ຟ້າມງັອກຖູ໋ຍ, ຫົວໜ້າພະແນກການທ່ອງທ່ຽວ ແຂວງກ໋ວາງນິງ ໃຫ້ຮູ້ວ່າ:

        ໃນປີ 2020, ທາງແຂວງຈະສືບຕໍ່ຍູ້ແຮງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງການທ່ອງທ່ຽວ. ນອກຈາກນັ້ນ, ຈະສຸມໃສ່ຂຸດຄົ້ນການບໍລິການທ່ອງທ່ຽວ ຢູ່ບັນດາທ້ອງຖິ່ນທີ່ມີທ່າແຮງຕື່ມອີກຄື ບີ່ງລຽວ, ຮ່ວານໂບ່ ພາຍຫຼັງໂຮມເຂົ້າແຂວງກ໋ວາງນິງ.

ຕອບກັບ

ຂ່າວ/ບົດ​ອື່ນ