ກວາງນິງກຽມພ້ອມຈັດຕັ້ງເວທີປາໄສທ່ອງທ່ຽວອາຊຽນ 2019

(VOVWORLD) -ມາຮອດຈຸດເວລານີ້,  ວຽກງານກະກຽມໃຫ້ແກ່ເວທີປາໄສທ່ອງທ່ຽວອາຊຽນ (ATF) 2019 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 14 – 18 ມັງກອນ ຈະມາເຖິງຢູ່ນະຄອນຮ້າລອງ, ແຂວງກວາງນິງ ໄດ້ສຳເລັດແລ້ວ.

ທຸກວຽກງານກະກຽມກ່ຽວກັບສະຖານທີ່ຈັດຕັ້ງບັນດາເຫດການ, ບັນດາສະຖານທີ່ທ່ອງທ່ຽວ, ບັນດາສະຖານທີ່ພັກເຊົ່າ… ເຊິ່ງກວາງນິງ ໄດ້ສົມທົບກັບກົມໃຫຍ່ທ່ອງທ່ຽວ ຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການຢ່າງເຄັງຄັດເພື່ອຕ້ອນຮັບ ແລະ ຮັບໃຊ້ຜູ້ແທນເກືອບ 2.000 ຄົນທີ່ເຂົ້າຮ່ວມ ATF 2019. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວ ແຂວງກວາງນິງ, ໃຫ້ຮູ້ວ່າ.

        “ນີ້ແມ່ນໂອກາດທີ່ດີເພື່ອໃຫ້ແຂວງກວາງນິງ ສືບຕໍ່ເປີດກວ້າງການໂຄສະນາພາບພົດທ່ອງທ່ຽວກວາງນິງ, ປະກອບສ່ວນໂຄສະນາພາບພົດຂອງຫວຽດນາມ ອອກສູ່ໂລກ. ມາຮອດຈຸດເວລານີ້, ອາດເວົ້າໄດ້ວ່າ ວຽກງານກະກຽມໄດ້ສຳເລັດແລ້ວ. ພວກຂ້າພະເຈົ້າພວມກວດກາຄືນທຸກວຽກງານ ເພື່ອຮັບປະກັນໃຫ້ ATF 2019 ປະຕິບັດເປັນຢ່າງດີທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ