ກວາງນິງຍົກສູງການດຶງ ດູດເງິນລົງທຶນ,ປົວແປງ ສະພາບແວດລ້ອມແຫ່ງ ການລົງທຶນ, ດຳເນີນທຸລະກິດ


ກວາງນິງຍົກສູງການດຶງ ດູດເງິນລົງທຶນ,ປົວແປງ ສະພາບແວດລ້ອມແຫ່ງ ການລົງທຶນ, ດຳເນີນທຸລະກິດ - ảnh 1
(ພາບ: quangninh.gov.vn)

 (vovworld)- ​​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ “ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ” ຈັດ​ຂຶ້ນ​ໃນວັນ​ທີ 28/6, ຢູ່​ແຂວງກວາງ​ນິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮ່​ວາງ​ຈຸງ​ຫາຍ ຕີ​ລາ​ຄາ​ລະ​ດັບ​ການ​ເຕີບ​ໂຕ​ຈີ​ດີ​ພີ ແລະ ຄວາມ​ສາ​ມາດ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ແຂວງກວາງ​ນິງ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮ່ວາງ​ຈຸງ​ຫາຍ ສະ​ເໜີ​ແຂວງກວາງ​ນິງ ຈົ່ງ​ສູ້​ຊົນ ແລະ ຮັກ​ສາ, ຍົກ​ສູງ​ບັນ​ດາ​ດັດ​ຊະ​ນີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂັ້ນ​ແຂວງ, ຄວາມ​ສາ​ມາດ​ເຊື່ອມ​ຕົວ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ຂອງ​ທ້ອງ​ຖິ່ນ, ຮັບ​ປະ​ກັນ​ນອນ​ໃນ​ຈຳ​ນວນ 10 ແຂວງ​ນະ​ຄອນ​ມີ​ດັດ​ຊະ​ນີ​ດີ​ກ່​ວາ​ໝູ່​ໃນ​ທົ່ວ​ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮ່​ວາງ​ຈຸງ​ຫາຍ ຖື​ວ່າ, ແຂວງກວາງ​ນິງ ຕ້ອງ​ສ້າງ​ຮູບ​ແບບ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໝັ້ນ​ຄົງ​ເຂັ້ມ​ແຂງ​ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບໝັ້ນ​ຄົງ​ຮອດ​ປີ 2020 ກັບ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ພິ​ເສດ ເພື່ອ​ສ້າງ​ການ​ພັດ​ທະ​ນາ​ບຸກ​ທະ​ລຸ ເພື່ອ​ໃຫ້​ກວາງ​ນິງ​ ມີ​ການ​ເຕີບ​ໂຕ​ຂຽວ, ພັດ​ທະ​ນາ​ແບບ​ຍືນ​ຍົງ. ພ້ອມ​ກັນ​ນັ້ນ​, ກວາງ​ນິງ​ຕ້ອງ​ເພີ່ມ​ທະ​ວີການ​ຄົ້ນ​ຄ້​ວາ ແລະ ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​ສ້າງ​ເວີນ​ໂດ່ນ ກາຍ​ເປັນ​ເຂດ​ບໍ​ລິ​ຫານ​ເສດ​ຖະ​ກິດ​ພິ​ເສດ​ແຫ່ງ​ທຳ​ອິດ​ຂອງ​ທົ່ວ​ປະ​ເທດ ພາຍຫຼັງ​ກົມ​ການ​ເມືອງ​ໃຫ້​ຄຳ​ເຫັນ.

  ໄລ​ຍະ​ຜ່ານ​ມາ, ກວາງນິງ ​ໄດ້​ດຶງ​ດູດ 130 ນັກ​ລົງ​ທຶນ​ມາ​ຊອກ​ຮູ້​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ແຂວງກວາງ​ນິງ​ ໄດ້ສະ​ໜອງ​ໃຫມ່ ແລະ ດັດ​ສົມ​ການ​ລົງ​ທຶນ​ໃຫ້​ແກ່ 39 ໂຄງ​ການ FDI ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ບັນ​ລຸ​ກ່​ວາ 1 ຕື້ USD./.

ຂ່າວ/ບົດ​ອື່ນ