ກວາງນິງປະກາດແຜນການເຕີບໂຕຂຽວ

ກວາງນິງປະກາດແຜນການເຕີບໂຕຂຽວ - ảnh 1
ກວາງນິງປະກາດແຜນການເຕີບໂຕຂຽວ
(ພາບ: nhandan)

(vovworld) - ວັນ​ທີ 17/11, ຢູ່​ນະຄອນ​ຫ້າ​ລອງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນິງ ສົມທົບ​ກັບ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ປະກາດ​ແຜນການ​ເຕີບ​ໂຕ​ຂຽວ ​ແລະ​ດຳ​ເນີນ​ໂຄງການ​ຊຸກຍູ້​ການ​ເຕີບ​ໂຕ​ຂຽວ​ຢູ່​ອ່າວ​ຫ້າ​ລອງ“. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຮ່ວາງ​ແຢງ​ເຊີນ, ຮອງ​ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ​ການ​ລົງທຶນ​ແຂວງ​ກວາງ​ນິງ, ​ໃຫ້​ຮູ້ວ່າ, ຄາດໝາຍ​ສັງ​ລວມຂອງ​ແຜນການ​ເຕີບ​ໂຕ​ຂຽວ ​ແມ່ນ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນຄົງ, ຍົກ​ສູງ​ປະສິດທິ​ຜົນ​ແຫຼ່ງກຳລັງ ​ແລະ ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ, ກ້າວ​ໄປ​ເຖິງ​ພື້ນຖານ​ເສດຖະກິດ CO2 ຕຳ່. ກວາງ​ນິງ ສູ້​ຊົນ​ເຖິງ​ປີ 2020 ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ແຂວງ​ນຳ​ໜ້າ​ທົ່ວ​ປະ​ເທດ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ກ່ຽວ​ກັບການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໃນ​ຂອບ​ເຂດ​ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ຂອງ​ຫວຽດນາມ. ທີ່​ກອງ​ປະຊຸມ, ບັນດາ​ນັກ​ຊ່ຽວຊານ​ຍີ່ປຸ່ນ​ ກໍ່​ໄດ້​ແບ່ງປັນ​ບາງ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ​ນຳ້ຢູ່​ໜອງ Biwa, ​ເຊິ່ງ​ແມ່ນ​ໜອງ​ນຳ້​ຈືດ​ໃຫຍ່​ກວ່າ​ໝູ່​ຂອງ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ