ກວາງນິງຮັບລາງວັນທ່ອງທ່ຽວແບບຍືນຍົງເຂດຕົວເມືອງອາຊຽນ

(VOVWORLD) -ກິດຈະກຳດັ່ງກ່າວຂອງນະຄອນ ມ໊ອງກ໊າຍ ລວມມີສະໜາມຫຼວງ, ກຸ່ມກິດຈະກຳຕົ້ນຕໍ ແລະ ເຂດການບໍລິການ.
ກວາງນິງຮັບລາງວັນທ່ອງທ່ຽວແບບຍືນຍົງເຂດຕົວເມືອງອາຊຽນ - ảnh 1(ພາບປະກອບ: baoquangninh.com.vn)

ຕອນຄ່ຳວັນທີ 18 ກໍລະກົດ, ຢູ່ແຫຼມ ຊາວີ້ - ເຂດດິນເໜືອສຸດຂອງປະເທດຊາດ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ມ໊ອງກ໊າຍ, ແຂວງກວາງນິງ ໄດ້ຮັບລາງວັນກຸ່ມຂໍ້ມູນຂ່າວສານລະດົມກຳລັງໃຈເຂດຊາຍແດນ ຊາວີ້ ແມ່ນ “ຜະລິດຕະພັນທ່ອງທ່ຽວແບບຍື່ນຍົງເຂດຕົວເມືອງອາຊຽນ 2020” ໃນຂອບເຂດເວທີປາໄສການທ່ອງທ່ຽວພາກພື້ນອາຊີຕາເວັນອອກສ່ຽງໃຕ້ FTA-2020 ເຊິ່ງໄດ້ຈັດຕັ້ງຢູ່ ບຣຸໄນ ເມື່ອວັນທີ 16  ມັງກອນ 2020. ກິດຈະກຳດັ່ງກ່າວຂອງນະຄອນ ມ໊ອງກ໊າຍ ລວມມີສະໜາມຫຼວງ, ກຸ່ມກິດຈະກຳຕົ້ນຕໍ ແລະ ເຂດການບໍລິການ. ນີ້ແມ່ນລາງວັນອັນສູງສົ່ງ, ປະກອບສ່ວນເຊີດຊູ ແລະ ພັດທະນາເຄື່ອງໝາຍການຄ້າຂອງຜະລິດຕະພັນການບໍລິການທ່ອງທ່ຽວທີ່ມີຄຸນນະພາບສູງ, ຍົກສູງປະສິດທິຜົນການສົ່ງເສີມການທ່ອງທ່ຽວຫວຽດນາມ, ແຂວງກວາງນິງ ເວົ້າລວມ, ນະຄອນ ມ໊ອງກ໊າຍ ແລະ ເຄື່ອງໝາຍການຄ້າຈຸດນັດພົບລະດັບຊາດ “Vietnam Timeless Charm” ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ