ກວາງນິງແລະເກີນເທີຮັບເອົາຊາວຜູ້ໂດຍສານກັບມາຈາກສ.ເກົາຫຼີ

(VOVWORLD) -ຖ້ຽວບິນຂອງບໍລິສັດການບິນ Vietjet Air ໄດ້ສົ່ງພົນລະເມືອງຫວຽດນາມ ແລະ ນັກທ່ອງທ່ຽວຕ່າງປະເທດ 229 ຄົນຈາກສ.ເກົາຫຼີ ມາຫວຽດນາມ, ໄດ້ລົງຈອດຢູ່ສະໜາມບິນ ເວີນດົນ, ແຂວງກວາງນິງ.

ກວາງນິງແລະເກີນເທີຮັບເອົາຊາວຜູ້ໂດຍສານກັບມາຈາກສ.ເກົາຫຼີ - ảnh 1 (ຖ້ຽວບິນຂອງບໍລິສັດການບິນ Vietjet Air ໄດ້ສົ່ງພົນລະເມືອງຫວຽດນາມ

ແລະ ນັກທ່ອງທ່ຽວຕ່າງປະເທດ 229 ຄົນຈາກສ.ເກົາຫຼີ)

ຕອນບ່າຍວັນທີ 01 ມີນາ, ຖ້ຽວບິນຂອງບໍລິສັດການບິນ Vietjet Air ໄດ້ສົ່ງພົນລະເມືອງຫວຽດນາມ ແລະ ນັກທ່ອງທ່ຽວຕ່າງປະເທດ 229 ຄົນຈາກສ.ເກົາຫຼີ ມາຫວຽດນາມ, ໄດ້ລົງຈອດຢູ່ສະໜາມບິນ ເວີນດົນ, ແຂວງກວາງນິງ. ຜູ້ໂດຍສານທັງໝົດເຫຼົ່ານັ້ນລ້ວນແຕ່ມີອາການສຸຂະພາບເປັນປົກກະຕິ ແລະ ໄດ້ແຍກຕົວຢູ່ບັນດາຮາກຖານແຍກຕົວເປັນເວລາ 14 ວັນຕາມຂໍ້ກຳນົດ.

          ກ່ອນໜ້ານັ້ນ, ເພື່ອກະກຽມໃຫ້ແກ່ການຮັບບັນດາຖ້ຽວບິນຂົນສົ່ງພົນລະເມືອງຫວຽດນາມ ແລະ ນັກທ່ອງທ່ຽວຕ່າງປະເທດກັບມາຈາກສ.ເກົາຫຼີ ຕາມຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ກວາງນິງ ໄດ້ຈັດກອງປະຊຸມປຶກສາຫາລືວິທີໃນການຮັບ, ປ້ອງກັນ ຕ້ານໂລກລະບາດ Covid-19 ສຳລັບບັນດາຖ້ຽວບິນທີ່ລົງຈອດຢູ່ສະໜາມບິນສາກົນ ເວິນດົນ. ທ່ານ ດັ້ງຮຸຍເຮົ້າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງນິງ, ໃຫ້ຮູ້ວ່າ.

          “ຂະແໜງຄົມມະນາຄົມຂົນສົ່ງໄດ້ສົມທົບກັບຕຳຫຼວດ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ສຳຜັດ ແລະ ຜັນຂະຫຍາຍບັນດາມາດຕະການໂດຍໄວ ເພື່ອຮັບປະກັນຄວາມປອດໄພທາງຄົມມະນາຄົມໃນບໍລິເວນແຂວງກວາງນິງ. ບັນດາຫົວໜ່ວຍຂັ້ນຮາກຖານ ແລະ ຝ່າຍສາທາລະນະສຸກໄດ້ກະກຽມຮັບປະກັນເງື່ອນໄຂ ແລະ ຮາກຖານໃນການຮັບຖ້ຽວບິນດັ່ງກ່າວຢ່າງທັນທີ”.

          ຕອນບ່າຍວັນດຽວກັນ, ຢູ່ສະໜາມບິນ ເກີນເທີ ໄດ້ຮັບເອົາ 3 ຖ້ຽວບິນ ລວມມີຜູ້ໂດຍສານ 618 ຄົນ, ໃນນັ້ນມີຜູ້ໂດຍສານ 85 ຄົນກັບມາຈາກເຂດເກີດໂລກລະບາດຢູ່ສ.ເກົາຫຼີ (Daegu ແລະ Gyeongsang ເໜືອ). ຜູ້ໂດຍສານທັງໝົດເຫຼົ່ານັ້ນໄດ້ຖືກແຍກຕົວຢູ່ໄປໂຮງຮຽນການທະຫານນະຄອນເກິນເທີ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ