ກວາງ​ນາມ​ສືບ​ຕໍ່​ລະ​ດົມ​ທຸກ​ແຫຼ່ງ​ເງິນ​ລົ​ງ​ທຶນໃຫ້​ແກ່​ໂຮ້ຍ​ອານ ແລະ ມີ້​ເຊີນ

(VOVWORLD) - ວັນທີ 7 ກັນຍາ, ຄະນະກຳມະການປະຊາຊົນແຂວາງກວາງນາມ ໄດ້ຈັດກອງປະຊຸມຕີລາຄາວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າເຂດຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີ ມີ້ເຊີນ ພາຍຫຼັງ 20 ປີທີ່ ໄດ້ຮັບຮອງວ່າ ແມ່ນມໍລະດົກໂລກຈາກ UNESCO ແລະ 10 ປີທີ່ດອນຈ່າມ-ໂຮ້ຍອານ ໄດ້ຮັບຮອງວ່າແມ່ນເຂດນິເວດວິທະຍາໂລກ.
ກວາງ​ນາມ​ສືບ​ຕໍ່​ລະ​ດົມ​ທຸກ​ແຫຼ່ງ​ເງິນ​ລົ​ງ​ທຶນໃຫ້​ແກ່​ໂຮ້ຍ​ອານ ແລະ ມີ້​ເຊີນ - ảnh 1

ເຂດທາດເຈດີມີ້ເຊີນ

(ພາບ: https://mytour.vn/)

     ໃນ 20 ປີຜ່ານມາ, ທົ່ວລະບົບເຂດທາດເຈດີມີ້ເຊີນ, ເຮືອນບບູຮານໂຮ້ຍອານ ແລະ ລະບົບຊີວະພາບດອນຈ່າມ ລວ້ນແຕ່ໄດ້ຮັບການປົກປັກຮັກສາໄວ້ເໝືອນເດີມ. ທ່ານດິງວັນທູ ປະທານຄະນະກຳມະການປະຊາຊົນແຂວາງກວາງນາມ ໃຫ້ຮູ້ວ່າ: ທາງແຂວງສືບຕໍ່ລະດົມບັນດາແຫຼ່ງເງິນລົງທຶນເພື່ອສ້ອມແປງ, ຟື້ນຟູຄຸນຄ່າບັນດາເຂດປູຊະນີຍະສະຖານຢູ່ເຂດຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີມີ້ເຊີນ. ທ່ານດິງວັນທູ ເວົ້າວ່າ:

 ທາງແຂວງໄດ້ຈັດຕັ້ງປະຕິບັດບັນຫາວາງການແຜນກຳນົດໂດຍທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດຢ່າງເຂັ້ມງວດ, ຊອກຫາແຫຼ່ງກຳລັງເພື່ອປະຕິບັດ; ສືບຕໍ່ຜັນຂະຫຍາຍວຽກງານຄຸ້ມຄອງມໍລະດົກເຂດຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີມີ້ເຊີນ ຢ່າງມີປະສິດທິຜົນ, ຖືກຕ້ອງຕາມການແນະນຳ, ຖືກຕ້ອງຕາມການກຳນົດຂອງກົດໝາຍປະກາດໃຊ້ໃນປະຈຸບັນ. ພ້ອມກັບການຄຸ້ມຄອງ ແລະ ການປະຕິບັດ ຕ້ອງສ້າງແຫຼ່ງກຳລັງເພື່ອພັດທະນາ.

 

 

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ