ກວ໋າງບິ່ງ ໜູນຊ່ວຍການກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າຢູ່ແຂວງ ຄຳມ່ວນ, ລາວ

(VOVWORLD) -ທ່ານ ເຈີນທັງ, ປະທານຄະນະປະກຳມະການຊາຊົນແຂວງ ກວາງບິງ ແລະ ທ່ານ ວັນໄຊ ພົງສະຫວັນ, ເລຂາພັກແຂວງ, ເຈົ້າແຂວງໆ ຄຳມ່ວນ, ໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການສົມທົບກັນກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າຢູ່ແຂວງ ຄຳມ່ວນ.
ກວ໋າງບິ່ງ ໜູນຊ່ວຍການກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າຢູ່ແຂວງ ຄຳມ່ວນ, ລາວ - ảnh 1(ພິທີລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການສົມທົບກັນກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າຢູ່ແຂວງ ຄຳມ່ວນ)

ວັນທີ 25 ມັງກອນ, ຢູ່ນະຄອນ ດົງເຫີຍ, ແຂວງ ກວ໋າງບິ່ງ, ທ່ານ ຫວູດ້າຍທັງ, ເລຂາພັກແຂວງ ກວາງບິງ ໄດ້ຕ້ອນຮັບທ່ານ ວັນໄຊ ພົງສະຫວັນ, ເລຂາພັກແຂວງ, ເຈົ້າແຂວງໆ ຄຳມ່ວນ, ແລະ ຄະນະຜູ້ແທນແຂວງ ຄຳມ່ວນ ມາຢ້ຽມຢາມ, ອວຍພອນປີໃໝ່ເນື່ອງໃນໂອກາດປີໃໝ່ປະຈຳຊາດປີ ຂານ 2022.

        2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການແຕ່ລະປະເທດໃນໄລຍະຜ່ານມາ, ກໍ່ຄືແບ່ງປັນກ່ຽວກັບການກຳນົດທິດພັດທະນາປີ 2022 ໃນບັນດາຂົງເຂດ ແລະ ການເຄື່ອນໄຫວຮ່ວມມືລະຫວ່າງ 2 ແຂວງ, 2 ປະເທດ. 2 ຝ່າຍຢັ້ງຢືນການຕັດສິນໃຈສູງໃນການຮັກສາ, ພັດທະນາສາຍພົວພັນສະໜິດແໜ້ນ, ພ້ອມທັງ, ໜູນຊ່ວຍກັນເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນ, ທ່າແຮງ, ກໍ່ສ້າງ 2 ທ້ອງຖິ່ນໃຫ້ນັບມື້ນັບພັດທະນາ.

        ເນື່ອງໃນໂອກາດນີ້, ທ່ານ ເຈີນທັງ, ປະທານຄະນະປະກຳມະການຊາຊົນແຂວງ ກວາງບິງ ແລະ ທ່ານ ວັນໄຊ ພົງສະຫວັນ, ເລຂາພັກແຂວງ, ເຈົ້າແຂວງໆ ຄຳມ່ວນ, ໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການສົມທົບກັນກໍ່ສ້າງໂຮງຮຽນສາມັນກິນນອນຊົນເຜົ່າຢູ່ແຂວງ ຄຳມ່ວນ. ນີ້ແມ່ນ 1 ໃນ 7 ໂຄງການຂອງລັດຖະບານ ຫວຽດນາມ ໜູນຊ່ວຍ ລັດຖະບານ ລາວ. ໂຄງການນີ້ແມ່ນ 1 ໃນບັນດາໂຄງການຫຼັກແຫຼ່ງ, ສະແດງໃຫ້ເຫັນສາຍພົວພັນພິເສດ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ