ກວາງບິນ: ຖ່າຍທອດສົດ ລາຍການ “ນ້ຳໃຈ ອົບອຸ່ນລະຫວ່າງນັກ ຮົບຫວຽດນາມ - ລາວ”

ກວາງບິນ: ຖ່າຍທອດສົດ ລາຍການ “ນ້ຳໃຈ ອົບອຸ່ນລະຫວ່າງນັກ ຮົບຫວຽດນາມ - ລາວ” - ảnh 1
ພາບປະກອບ

(vovworld) – “​ນ້ຳ​ໃຈອົບ​ອຸ່ນລະຫວ່າງ​ນັກຮົບ​ຫວຽດນາມ - ລາວ” ​ແມ່ນ​ຫົວ​ຂໍ້​ຂອງ​ລາຍການ​ພົບ​ປະ​ແລກປ່ຽນ​ໂດຍ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ ກວາງ​ບິນ ສົມທົບ​ກັບ​​ວິທະຍຸ - ​ໂທລະພາບ ກວາງ​ບິນ ຈັດ​ຕັ້ງ​​ໃນຕອນ​ຄຳ່​ວັນ​ທີ 14/7. ງານ​ພົບປະ​ແລກປ່ຽນ ​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳກອງປ້ອງ​ກັນ​ຄວາມ​ສະຫງົບ, ກອງ​ບັນຊາ​ການ​ທະຫານ​ແຂວງ ຄຳ​ມ່ວນ ​ແລະ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ ກວາງ​ບິນ ​ແບ່ງປັນ​ບັນດາຜົນງານ​ທີ່​ບັນລຸ​ໄດ້ ກໍ​ຄື​ບັນດາ​ຄວາມ​ຫຍຸ້ງຍາກ​ຂອງ 3 ກຳລັງ ​ໃນ​ການ​ສົບ​ທົບ​ກັນ​ປະຕິບັດ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​​ໃນເຂດ​ຊາຍ​ແດນ​ຂອງ 2 ປະ​ເທດ. ທ່ານ ພັນ​ເອກ Nguyen Van Phuc, ຫົວໜ້າກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ ກວາງ​ບິນ ​ໃຫ້​ຮູ້​ວ່າ:

“ພວກຂ້າພະ​ເຈົ້າ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ເປັນ​ປະຈຳ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຕໍ່​ສູ້​ຕ້ານ​ອາດຊະຍາ​ກຳ, ມາ​ຮອດ​ປະຈຸ​ບັນ, ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​​ເປັນລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ ຢູ່ ​ເຂດ​ຊາຍ​ແດນ ກວາງ​ບິນ - ຄຳ​ມ່ວນ ​ໄດ​້ຮັບ​ການຮັກ​ສາ​​ໄວ້ຢ່າງ​ໝັ້ນຄົງ. ປະຊາຊົນ​ແຂວງ ຄຳ​ມ່ວນ​ມີ​ນ້ຳ​ໃຈ​ອັນ​ສະໜິດສະໜົມ ​ແລະ ຊ່ວຍ​ເຫຼື​ອພວກ​ຂ້າພະ​ເຈົ້າ​ຫຼາຍໃນ​ວິວັດ​ການ​ປະຕິບັດ​ໜ້າ​ທີ່”

ອ້າຍ ຈິກ​​ໃຈ​ເພັດ, ພະນັກງານ​ກອງປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ຄຳ​ມ່ວນ ​ເວົ້າ​ວ່າ:

“ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ​້​ເຂົ້າ​ຮ່ວມ​ງານພົບ​ປະ​ແລກປ່ຽນ​ພິ​ເສດ​ຄື​ແນວ​ນີ້. ຂ້າພະ​ເຈົ້າ​ຄິດ​ວ່າ: ນ້ຳ​ໃຈ​ສາມັກຄີ​ ​ແລະ ​ການ​ພົວພັນ​ແບບ​ພິ​ເສດລະຫວ່າງ ​ແຂ​ວງ ກວາງ​ບິນ ​ແລະ ຄຳມ່ວນ​ເວົ້າ​ສະ​ເພາະ ​ແລະ 2 ຊາດ​ພວກ​ເຮົາ​ເວົ້າ​ລວມ​ ​ນັບ​ມື້​ນັບພັດທະນາ​ຍິ່ງ​ຂຶ້ນ. ຂ້າພະ​ເຈົ້າ ​ແລະ ພວກ​ເພື່ອນ ຈົ່ງ​ພ້ອມ​ກັນ​ສ້າງສາ, ​ເພີ່ມ​ພູນ​ຄູນ​ສ້າງ​ເພື່ອ​ໃຫ້​ນ້ຳ​ໃຈ​ຫວຽດນາມ - ລາວ ສວຍ​ສົດ​ງົດ​ງາມ, ໝັ້ນຄົງ​ທະ​ນົນ​ແກ່ນ​ຕະຫຼອດ​ໄປ.”

ຂ່າວ/ບົດ​ອື່ນ