ກ່ວາງຫງາຍ ຕ້ອງບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສູນກາງພັດທະນາຂອງພາກກາງ

(VOVWORLD) -ໃນການເດີນທາງຢ້ຽມຢາມບັນດາແຂວງຕອນໃຕ້ພາກກາງ, ຕອນບ່າຍວັນທີ 26 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ພ້ອມດ້ວຍຄະນະ ໄດ້ເຮັດວຽກກັບຄະນະປະຈໍາພັກແຂວງ ກວາງຫງາຍ
ກ່ວາງຫງາຍ ຕ້ອງບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສູນກາງພັດທະນາຂອງພາກກາງ - ảnh 1ປະທານສະພາແຫ່ງຊາດ ເວືອງດິງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

    ກ່າວຄຳເຫັນທີ່ການພົບປະເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ໄດ້ສະເໜີວ່າ: ແຂວງ ກວາງຫງາຍ ຕ້ອງລໍ່ລ້ຽງຄວາມຄາດຫວັງພັດທະນາຂອງຕົນ ໃຫ້ກາຍເປັນແຂວງທີ່ພັດທະນາດີ, ແລະ ເພື່ອໃຫ້ ກວາງຫງາຍ ກາຍເປັນສູນກາງພັດທະນາຂອງພາກກາງ. ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ປາດຖະໜາວ່າ ແຂວງ ກວາງຫງາຍ ສືບຕໍ່ເສີມຂະຫຍາຍມູນເຊື້ອປະຫວັດສາດການປະຕິວັດ, ນ້ຳໃຈສາມັກຄີ, ປະຊາທິປະໄຕ, ກົດລະບຽບວິໄນ, ຊຸກຍູ້ການປະດິດຄິດສ້າງ , ສູ້ຊົນປະຕິບັດໜ້າທີ່ການເມືອງຂອງແຂວງຢ່າງມີໄຊ

ກ່ວາງຫງາຍ ຕ້ອງບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສູນກາງພັດທະນາຂອງພາກກາງ - ảnh 2ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຖະຫວາຍດອກໄມ້, ຈູດທູບໃຕ້ທຽນ ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ກວ໋າງຫງາຍ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 75 ປີ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນເຊົ້າວັນທີ 26 ກໍລະກົດ, ໃນການເດີນທາງໄປປະຕິບັດງານຢູ່ບັນດາແຂວງພາກກາງ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຖະຫວາຍດອກໄມ້, ຈູດທູບໃຕ້ທຽນ ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ກວ໋າງຫງາຍ.

ກ່ວາງຫງາຍ ຕ້ອງບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສູນກາງພັດທະນາຂອງພາກກາງ - ảnh 3ທ່ານປະທານສະພາແຫ່ງຊາດຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄອບຄົວແມ່ ຫວຽດນາມ ວິລະຊົນ ເລທິທື (ພາບ: VOV)

ຫຼັງຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພ້ອມດ້ວຍຄະນະປະຕິບັດງານໄດ້ຖະຫວາຍດອກໄມ້, ທູບທຽນຢູ່ເຂດອະນຸສາວະລີ ອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ ຢູ່ບ້ານ ທິໂຝ, ຕາແສງ ດຶກເຕິນ, ເມືອງ ໂມະດຶກ. ກ່ອນໜ້ານັ້ນ, ທ່ານ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄອບຄົວແມ່ ຫວຽດນາມ ວິລະຊົນ ເລທິທື; ຄອບຄົວທະຫານເສຍອົງຄະ ¼ ຟານກວາງນາມ, ຢູ່ຕາແສງ ເຈິ່ນຝູ, ນະຄອນ ກວ໋າງຫງາຍ.

Le Tuyet

 


ຕອບກັບ

ຂ່າວ/ບົດ​ອື່ນ