ກໍ່ສ້າງ 18 ຫຼັກໝາຍຊາຍແດນລະຫວ່າງແຂວງກວາງນາມ (ຫວຽດນາມ) - ເຊກອງ (ລາວ)

ກໍ່ສ້າງ 18 ຫຼັກໝາຍຊາຍແດນລະຫວ່າງແຂວງກວາງນາມ (ຫວຽດນາມ) - ເຊກອງ (ລາວ) - ảnh 1
ພາບປະກອບ (ຈາກ: ອີນເຕີເນັດ)

(vovworld) - ວັນ​ທີ 21/2, ຢູ່​ແຂວງ​ກວາງ​ນາມ​ໄດ້​ດຳ​ເນີນ​ກອງປະຊຸມສະຫຼຸບ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຕອນ​ຜ່ານ​ແຂວງ​ກວາງ​ນາມ ຂອງ​ຫວຽດນາມ - ​​ແຂວງ​ເຊ​ກອງ ຂອງ​ລາວ ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2012. ຄະນະ​ຊີ້ນ​ຳປັກ​ຫຼັກ​ໝາຍ​ຊາຍ​ແດນ​ແຂວງ​ກວາງ​ນາມ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຜັນ​ຂະຫຍາຍ​ການກໍ່ສ້າງ​ຫຼັກ​ໝາຍ​ຊາຍ​ແດນ 18 ຫຼັກ​ໃນ​ປີ 2012, ພ້ອມ​ກັນ​ນັ້ນ​ກໍ​ສືບ​ຕໍ່​ສົມ​ທົບ​ກັບ​​ໜ່ວຍ​ປັກ​ຫຼັກ​ໝາຍຊາຍ​ແດນ​ແຂວງ​ເຊ​ກອງ ດຳ​ເນີນ​ການ​ສຳ​ຫຼວດສະຖານ​ທີ່​ປັກ​ຫຼັກ​ໝາຍ​ຕື່ມ​ອີກ 13 ​ແຫ່ງ​ຕາມ​ບົດ​ບັນທຶກ​ຂອງ​ຄະນະ​ກຳມະການ​ປະສົມ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ - ລາວ ​​ເຊິ່ງໄດ້​ເຫັນ​ດີ​ເປັນ​ເອກ​ະສັນ​ນຳ​ກັນ​​ເມືອ​ປີ 2010 ​ແລ້ວ. ​ໃນ​ປີ 2011, ໜ່ວຍ​​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປະສົມຂອງ​ແຂວງ​ກວາງ​ນາມ ​ແລະ ​ແຂວງ​ເຊ​ກອງ​ໄດ້​ຜັນ​ຂະຫຍາຍ​ການກໍ່ສ້າງ​ຫຼັກ​ໝາຍໄດ້ 42 ຫຼັກ ​ໃນ​ຈຳນວນ 60 ຫຼັກ, ພ້ອມ​ກັນ​ນັ້ນ​ກໍ່​ສ້າງ​ສຳ​ເລັ​ດສຳ​ເນົາ​ເອກະສານ​ດ້ານ​ເຕັກນິກ, ກົດໝາຍ, ມອບ​ສົ່ງ​ບັນດາ​ຫຼັກ​ໝາຍ​ທີ່​ໄດ້​ກໍ່ສ້າງ​ສຳ​ເລັດ​ໃຫ້​​ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ 2 ​ແຂວງ​ຄຸ້ມ​ຄອງ.

ຂ່າວ/ບົດ​ອື່ນ