ກໍ່ສ້າງຊົນນະບົດໃໝ່ຢູ່ ແຂວງອຽນບ໋າຍ

ກໍ່ສ້າງຊົນນະບົດໃໝ່ຢູ່ ແຂວງອຽນບ໋າຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ລົງເຮັດວຽກຢູ່ແຂວງ ອຽນ​ບ໋າ​ຍ
(ພາບ: thanhnienviet.vn)


(vovworld) - ຕາ​ແສງ ບ໋າ​ວດ໋າບ, ​ເມືອງ ​ເຈີ​ນອຽນ, ​ແຂວງ ອຽນ​ບ໋າ​ຍ ບັນລຸ​ໄດ້ 12/19 ມາດຖານ​ກ່ຽວ​ກັບກໍ່ສ້າງ​ຊົນນະບົດ​ໃໝ່ພາຍຫຼັງ​ເກືອບ 2 ປີ​ແຫ່ງ​ການ​ປະຕິບັດ​. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ​ເສັ້ນທາງ​ທັງ​ໝົດ​ໃນ​ບ້ານໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ, 100% ຈຳນວນ​ຄອບຄົວ​​ມີ​​​ໄຟຟ້າ ​ແລະ ນ້ຳ​ສະອາດ... ໝາກຜົນ​ດັ່ງກ່າວ​​​ໂດຍທ້ອງ​ຖິ່ນ​ລາຍ​ງານຕໍ່​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີີ້ນຳ​ສູນ​ກາງ​​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເມື່ອ​ທ່ານລົງ​ເຮັດ​ວຽກ​ກັບ​ຕາ​ແສງ​ໃນ​ວັນ​ທີ 26 ກັນຍາ.

        ຮັບຮອງ ​ແລະ ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງ​ຕາ​ແສງ​ ບ໋າ​ວດ໋າບ ບັນລຸ​ໄດ້​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້ຮຽກຮ້ອງ​​​ໃຫ້​ຕາ​ແສງ ບ໋າ​ວດ໋າບ ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງຕາ​ແສງສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ໂຄງ​ສະນາ, ຍົກ​ສູງ​ສະຕິ​ຄວາ​ມຮັບ​ຮູ້​ຂອງ​ພະນັກງານ ​ແລະ ປະຊາຊົນ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່. ຕາມທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ຈຸດໝາຍ​ສຳຄັນ​ທີ່​ສຸດ​ຂອງ​ໂຄງການ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນນັບ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ.
ຂ່າວ/ບົດ​ອື່ນ