ກໍ່ສ້າງຊົນນະບົດໃໝ່ໄດ້ກາຍເປັນຂະບວນການແຂງແຮງແລະກ້ວາງຂວາງ

ກໍ່ສ້າງຊົນນະບົດໃໝ່ໄດ້ກາຍເປັນຂະບວນການແຂງແຮງແລະກ້ວາງຂວາງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ​​ເວື​ອງດີງ​ເຮ້ະ ກ່າວ​ຄຳ​ເຫັນ​ທີ່​ພິທີ
(ພາບ: VGP)

(vovworld) - ​ ຕອນ​ຄ່ຳ​ວັນ​ທີ 06/05 ຢູ່​ແຂວງ ​ເງະອານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​​ເວື​ອງດີງ​ເຮ້ະ ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກໍ່ສ້າງ​ຊົນນະບົດ​ໃໝ່ ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບນາມມະຍົດ “​ເມືອງ​ຊົນນະ​ບົດ​ໃໝ່” ​ແລະ ​ໃບຢັ້ງຢືນ​ບູຊະນີ​ຍະຖາ​ນ ປະຫວັດສາດ​ລະດັບ​ຊາດ ​ແຫ່ງ​ທີ່ປະທານ​ໂຮ່ຈີ​ມິນ ລົງ​ຢ້ຽມຢາມນິຄົມ​ກະ​ເສດ ດົງ​ຮ໋ຽວ (10/12/1961) ​ເທດສະບານ ທ໋າຍຮ່ວາ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຮ້ະ ​ເນັ້ນ​ໜັກ​ວ່າ: ການກໍ່ສ້າງ​ຊົນນະບົດ​ໃໝ່ ​​ໄດ້​ກາຍເປັນ​ ຂະ​ບວນການ​ແຂງ​ແຮງ, ກ້ວາງ​ຂວາງ​ໃນ​ທົ່ວ​ປະ​ເທດ, ​ໄດ້​ຮັບ​ການຕ້ອບສະໜອງ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຈາກ​ທັງ​ລະບົບ​ການ​ເມືອງ ​ແລະ ປະຊາຊົນ​​ເປັນຈຳນວນ​ຫລວງຫລາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ແຂວງ ​ເງະອານ ​ເວົ້າ​ລວມ, ​ເທ​ດສະບາ​ນ ທ໋າຍຮ່ວາ ​ເວົ້າ​ສະ​ເພາະ ​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ບັນລຸ​ໄດ້; ປຸກລະດົມ​ ​ປະຊາຊົນທຸກ​ຊັ້ນ​ວັນນະ​ຮ່ວມ​ແຮງ​ຮ່ວມ​ໃຈ ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່, ສ້າງ​ບ້ານ​ເກີດ​ເມືອງ​ນອນ​​ໃຫ້ຮັ່ງມີ, ສວຍ​ງາມ, ສີວິ​ໄລ. ຄຽງ​ຂ້ອງ​ນັ້ນ ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີຄະນະ​ພັກ, ອຳນາດ​ການ​ປົກຄອງ ພ້ອມ​ກັບ​ປະຊາຊົນ​ແຂວງ ​ເງະ​ອານ ​ແລະ ​ເທດສະບານ ທ໋າຍຮ່ວາ ຮັກ​ສາ, ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ຂອງ​ບັນດາ​​ປູຊະນີຍະ​ຖານ​ປະຫວັດ​ສາດ​ລະດັບຊາດ​ແຫ່ງ​ທີ່ປະທານ ​ໂຮ່ຈີ​ມິນ ລົງ​ຢ້ຽມຢາມ​ຢູ່​ນິຄົມ​ກະ​ເສດ ດົງ​ຮ໋ຽວ; ສາ​ມັກ​ຄີ, ​ເປັນ​ເຈົ້າ​ການ, ມີ​ຫົວຄິດປະດິ​​ດສ້າງ, ມານະ​ພະຍາຍາມ​ສູ້​ຊົນ ​ແລະ ບັນລຸ​ໄດ້ຜົນ​ງານ​ໃຫຍ່​ຫລວງ​ກ່ວາ​ອີກ, ຍົກ​ສູງ​ ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ປະຊາຊົນ.

ຂ່າວ/ບົດ​ອື່ນ