ກໍ່ສ້າງນະຄອນຫຼວງ ຮ່າໂນ້ຍ ໃຫ້ກາຍເປັນນະຄອນເຊື່ອມຕໍ່ທົ່ວໂລກໂດຍໄວ

(VOVWORLD) - ໃນພາລະກິດອັນສະຫງ່າລາສີຂອງພັກ, ຂອງຊາດ, ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ສວມບົດບາດ, ທີ່ຕັ້ງສຳຄັນພິເສດ, ຕິດພັນກັບບັນດາຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມເຕັມໄປດ້ວຍຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ.
ກໍ່ສ້າງນະຄອນຫຼວງ ຮ່າໂນ້ຍ ໃຫ້ກາຍເປັນນະຄອນເຊື່ອມຕໍ່ທົ່ວໂລກໂດຍໄວ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີ)

        ຕອນເຊົ້າວັນທີ 10 ຕຸລາ, ຢູ່ສູນປະຊຸມແຫ່ງຊາດ, ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງລະດັບຊາດ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2024) ຂຶ້ນຢ່າງສົມກຽດ. ນີ້ແມ່ນເຫດການມີຄວາມໝາຍສຳຄັນທີ່ສຸດໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານປະທານສະພາແຫ່ງຊາດ ເຈິນແທັງເໝິນ, ການນຳນະຄອນ ຮ່າໂນ້ຍ, ພ້ອມກັບຜູ້ຕາງໜ້ານັກຮຽນຮູ້, ປັນຍາຊົນ, ສາສະໜາ, ປະຊາຊົນທຸກຊັ້ນວັນນະ ແລະ ກຳລັງປະກອບອາວຸດນະຄອນຫຼວງ…

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ, ໃນພາລະກິດອັນສະຫງ່າລາສີຂອງພັກ, ຂອງຊາດ, ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ສວມບົດບາດ, ທີ່ຕັ້ງສຳຄັນພິເສດ, ຕິດພັນກັບບັນດາຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມເຕັມໄປດ້ວຍຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ.

        “ຈາກນະຄອນມີຂອບຂະໜາດ, ເນື້ອທີ່, ພົນລະເມືອງຂ້ອນຂ້າງໜ້ອຍ, ພື້ນຖານໂຄງການ ແລະ ເສດຖະກິດຫຼ້າຫຼັງ, ຖືກສົງຄາມທຳລາຍຢ່າງໜັກໜ່ວງນັ້ນ, ປະຈຸບັນ, ຮ່າໂນ້ຍ ໄດ້ກາຍເປັນສູນກາງການເມືອງ - ການບໍລິຫານແຫ່ງຊາດ, ສູນກາງໃຫຍ່ກ່ຽວກັບວັດທະນະທຳ, ວິທະຍາສາດ, ການສຶກສາ, ເສດຖະກິດ ແລະ ການເຊື່ອມໂຍງເຂົ້າກັບສາກົນ; ແມ່ນໜຶ່ງໃນຈຳນວນ 17 ເຂດຕົວເມືອງໃຫຍ່ສຸດຂອງໂລກ. ນະຄອນຫຼວງ ຮ່າໂນ້ຍ ມີຄວາມໝັ້ນຄົງ, ປອດໄພ, ເຕັມໄປດ້ວຍພະລັງຊີວິດທີ່ດຶງດູດໃຈແຂກທ່ອງທ່ຽວຢູ່ພາຍໃນ, ຕ່າງປະເທດ ແລະ ບັນດານັກລົງທຶນສາກົນ. ປະຈຸບັນ, ຮ່າໂນ້ຍ ມີການພົວພັນມິດຕະພາບ, ຮ່ວມມືກັບກວ່າ 100 ນະຄອນ, ນະຄອນຫຼວງຂອງບັນດາປະເທດ, ມີການພົວພັນດ້ານເສດຖະກິດການຄ້າກັບເກືອບ 200 ປະເທດ ແລະ ເຂດແຄ້ວນ; ຮ່າໂນ້ຍ ເຂົ້າຮ່ວມ ແລະ ຮັບດຳລົງຕຳແໜ່ງສຳຄັນຢູ່ຫຼາຍເວທີປາໄສສາກົນໃຫຍ່, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງນະຄອນຫຼວງ, ຂອງປະເທດຊາດບົນເວທີສາກົນ”.

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ດ້ວຍທ່າແຮງພາຍຫຼັງໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ພວມຢືນຕໍ່ໜ້າກາລະໂອກາດຄັ້ງປະຫວັດສາດ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ