ກໍ່ສ້າງບັນດານະໂຍບາຍໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍຢ່າງຄົບຊຸດ

ກໍ່ສ້າງບັນດານະໂຍບາຍໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍຢ່າງຄົບຊຸດ - ảnh 1
ສະພາແຫ່ງຊາດ ຫວຽດນາມ

(vovworld) - ​ໃນ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ ​ໃນຕ​​ອນ​ເຊົ້າ​ວັນ​ທີ​ 22/11 ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫລາຍ​ຖື​ວ່າ ​ເລື່ອງ​ກໍ່ສ້າງ​ຮ່າງ​ກົດໝາຍ​ແມ່ນ​ມີ​ຄວາມຈຳ​ເປັນ ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດນອກ​ລັດ, ພິ​ເສດ ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ​ເຊິ່ງ​​ແມ່ນພາກ​ສ່ວນທີ່ມີ​ບົດບາດສຳຄັນ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ. ນີ້​ກໍ່​ແມ່ນການ​ກະຕຸກ​ຊຸກຍູ້ເພື່ອ​ໃຫ້​ພາກ​ພື້ນ​ນີ້ ກາຍ​ເປັນ​ກຳລັງ​ໜູນ​ຂອງ​ພື້ນຖານ​ເສດຖະກິດ​ຢ່າງ​ແທ້​ຈິງ, ​ ບັນລຸ​ໄດ້​ຈຸດໝາຍເຖິງປີ 2020 ຈະ​ມີ​ວິ​ສາ​ຫະກິດ​1 ລ້ານ​ແຫ່ງເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ​ເລື່ອງ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ຄວນ​ຮັບປະກັນລັກສະນະ​ສະ​ເໝີ​ພາບ, ບໍ່​ຈຳ​ແໜກກາລະ​ໂອກາດ​ຮັບ​ ແຫຼ່ງທຶນໜູນ​ຊ່ວຍ; ຄວນ​ເອົາ​ໃຈ​ໃສ່, ​ສ້າງ​ເງື່ອນ​ໄຂ, ສ້າງ​ສະພາບ​​ແວດ​ລ້ອມສະດວ​ດ ​ເພື່ອ​ເພີ່ມ​ຈຳນວນ​ວິ​ສາ​ຫະກິດ​ຈົດ​ທະບຽນ​ສ້າງ​ຕັ້ງ​ໃໝ່, ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢ່າງມີ​ປະສິດທິ​ຜົນ. ທ່ານ ຮ່ວາງ​ກວາງ​ຮ່າ​ມ ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ຟູ໋ທໍ້ ຍົກ​ຄຳ​ເຫັນ​ວ່າ:

        “ ສະ​ເໜີ​ຕ້ອງກຳນົດບັນດາ​ເນື້ອ​ໃນ​ໜູນ​ຊ່ວຍ​ທີ່​ກ່ຽວຂ້ອງ​ເຖິງ​ແຫຼ່ງກຳລັງ​ຈາກ​ງົບປະມານ, ຄວນ​ສຸ​ມ​ໃສ່​ບັນດາ​ຈຸດໝາຍ​ສຳຄັນ, ຈຳ​ເປັນ​ຂອງ 3 ​ໂຄງການ​ຈຸດ​ສຸມ. ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ກັບ​ວິ​ສາ​ຫະກິດ​ໃຫຍ່ ​ໃນ​ການ​ແຈກ​ຢາຍ​ຜະລິດ​ຕະພັນ, ຕາ​ມນັ້ນ​ແລ້ວ ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​​ໃນ​ກົດໝາຍ​ບັນ​ດາ​ບຸລິມະສິດ​ສຳລັບ​ວິ​ສາ​ຫະກິດ​ໃຫຍ່ ພ້ອມ​ທັງ​ກຳນົດ​ຢ່າງ​ຈະ​ແຈ້ງ ບັນດາ​ລັດ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​​ປະຕິບັດ​ການເຊື່ອ​ມຕໍ່ກັບ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລ​ະ ນ້ອຍ”.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 22/11, ດ້ວຍຈຳນວນ​ບັດ​ເຫັນ​ດີ​ສ່ວນ​ຫລາຍ, ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​​ເອົາ​ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ທົດ​ລອງ​ອອກ​ວີ​ຊາ​ເອ​ເລັກ​ໂຕ​ນິກ​ໃຫ້​ຄົນ​ຕ່າງປະ​ເທດ​ເຂົ້າ ຫວຽດນາມ.

ຂ່າວ/ບົດ​ອື່ນ