ກໍ່ສ້າງພື້ນຖານສະຖາປັດຕະຍະກໍາຫວຽດນາມ ທັນສະໄໝ, ເຕັມໄປດ້ວຍສີສັນຊາດ

(VOVWORLD) -ໂດຍສືບຕໍ່ກອງປະຊຸມຄັ້ງທີ 26,   ຕອນເຊົ້າວັນທີ 11 ສິງຫາ, ຄະນະປະຈໍາ ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລື, ປະກອບຄໍາຄິດເຫັນກ່ຽວກັບໂຄງຮ່າງກົດໝາຍ ວ່າດ້ວຍສະຖາປັດຕະຍະກໍາ.

ກໍ່ສ້າງພື້ນຖານສະຖາປັດຕະຍະກໍາຫວຽດນາມ ທັນສະໄໝ, ເຕັມໄປດ້ວຍສີສັນຊາດ - ảnh 1 ທ່ານຟຸ່ງກັວກຫຽນ ຮອງປະທານສະພາແຫ່ງຊາດເປັນປະທານກອງປະຊຸມ

(ພາບ: Dương Giang/TTXVN)

ນີ້ແມ່ນຮ່າງກົດໝາຍ ທີ່ຄະນະປະຈໍາສະພາແຫ່ງຊາດໄດ້  ປຶກສາຫາລືເປັນຄັ້ງທໍາອິດ. ຮ່າງກົດໝາຍວ່າດ້ວຍ ສະຖາປັດຕະຍະກໍາ ລວມມີ 4 ໝວດ, 37 ມາດຕາ. ບັນດາຜູ້ແທນສ່ວນຫຼາຍແມ່ນເຫັນດີຕໍ່ກັບຄວາມຈໍາເປັນໃນການປະກາດໃຊ້ ກົດໝາຍວ່າດ້ວຍ ສະຖາປັດຕະຍະກໍາ ຕາມການສະເໜີຂອງລັດຖະບານ ແລະ ບົດລາຍງານກວດກາເບື້ອງຕົ້ນຂອງກໍາມາທິການວິທະຍາສາດ,ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ.  ພ້ອມທັງເນັ້ນໜັກວ່າ: ການສ້າງກົດໝາຍວ່າດ້ວຍສະຖາປັດຕະຍະກໍາ ແນໃສ່ແກ້ໄຂບັນດາຂໍ້ຈໍາກັດ, ຄວາມຫຍຸ້ງຍາກ, ຄວາມຂ້ອງໃຈ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການບໍລິຫານ ແລະ ພັດທະນາ ສະຖາປັດຕະຍະກໍາ; ປະກອບສ່ວນສ້າງຖັນແຖວ ສະຖາປະນິກທີ່ມີຄຸນສົມບັດ ແລະ ມີຄວາມສາມາດ, ກໍ່ສ້າງພື້ນຖານ ສະຖາປັດຕະຍະກໍາຫວຽດນາມ ທັນສະໄໝ, ເຕັມໄປດ້ວຍສີສັນຊາດ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເຊື່ອມໂຍງເຂົ້າກັບສາກົນ. ດັ່ງນັ້ນ, ການປະກາດໃຊ້ກົດໝາຍວ່າດ້ວຍສະຖາປັດຕະຍະກໍາ ແມ່ນມີຄວາມຈໍາເປັນ, ເພື່ອແນໃສ່ເພີ່່ມທະວີວຽກງານບໍລິຫານລັດ, ກໍານົດທິດປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທໍາແຫ່ງຊາດ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ