ກໍ່ສ້າງລາວກາຍໃຫ້ກ່າຍເປັນໃຈກາງທ່ອງທ່ຽວທຳມະຊາດແລະວັດທະນະທຳເຂດພູດອຍໃຫຍ່ກວ່າໝູ່ຢູ່ຫວຽດນາມ

ກໍ່ສ້າງລາວກາຍໃຫ້ກ່າຍເປັນໃຈກາງທ່ອງທ່ຽວທຳມະຊາດແລະວັດທະນະທຳເຂດພູດອຍໃຫຍ່ກວ່າໝູ່ຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) –​ ​​ ກໍ່​ສ້າງ​ລາວ​ກາຍ​ໃຫ້​ກ່າຍ​ເປັນ​ໃຈ​ກາງ​ທ່ອງ​ທ່ຽ​ວ​ທຳ​ມະ​ຊາດ​ ແລະ​ ວັດ​ທະ​ນະ​ທຳ​ເຂດ​ພູ​ດອຍ​ໃຫຍ່ກວ່າ​ໝູ່​ຢ​ູ່​ຫວຽດ​ນາມ. ນີ້​ແມ່​ນ​ຄາດ​ໝາຍ​ພັດ​ທະ​ນາ​ການ​ທ່ອ​ງ​ທ່ຽວ​ແຂວງ​ລາວ​ກາຍໃນ “ແຜນສັງ​ລວ​ມ​ພັດ​ທະ​ນາການ​ທ່ອງ​ທ່ຽວ​ລາວ​ກາຍ ໄລ​ຍະ 2015 – 2020, ວິ​ໄສ​ທັດ​ຮອດ​ປີ 2030” ​ເຊິ່ງຫາກໍ່​ໄດ້​ຮັບ​ການຢັ້ງ​ຢືນ​ຈາກ​ການ​ນຳ​ແຂ​ວງ​ລາວ​ກາຍ. ຕາມນັ້ນ​ແລ້ວ, ລາວ​ກາຍ ກຳ​ນົດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແມ່ນໜ້າ​ທີ່​ບຸກ​ທະ​ລຸມີ​ລັກ​ສະ​ນະ​ບຸ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຕົນ. ລາວ​ກາຍ ສູ້​ຊ​ົນ​ຮອດ​ປີ 2020 ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽ​ວ​ອັນ​ດັບ​ໜຶ່ງ​ຂອງ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ, ຕ້ອນ​ຮັບ​ນັກ​ທ່ອ​ງ​ທ່ຽວ​ໃຫ້​ໄດ້ 4,5 ລ້ານ​ເທື່ອ​ຄົນ/ປີ. ແຂວງ​ສູ້​ຊົນ​ຮອດ​ປີ 2030 ຈະ​ແມ່ນ​ໃຈ​ກາງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ແລະ ວັດ​ທະ​ນະ​ທຳ​ເຂດ​ພູ​ດອຍ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ. ເພື່ອ​ເຮັດ​ສິ່ງ​ດັ່ງ​ກ່າວ​ໃຫ້​ໄດ້, ລາວ​ກາຍ ໄດ້​ຍົກ​ອອກ 9 ໝວ​ດ​ມາດ​ຕ​ະ​ການ​​ຕົ້ນ​ຕໍ່​ກ່ຽວ​ກັບ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເງິນ​ລົງ​ທຶນ, ສົ່ງ​ເສີມ​ການ​ໂຄ​ສະ​ນາ, ນຳ​ໃຊ້​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊ​ີ, ຈັດ​ຕັ້ງ​ການ​ຄຸ້ມ​ຄອງວຽກ​ງານວາງ​ແຜນ​​ຜັງ, ການຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​… ນອກນັ້ນ, ແຂວງ​ກໍ​ຈະ​ສຸມ​ໃສ່​ຂຸດ​ຄົ້ນນັກ​ທ່ອງ​ທ່ຽວ​ຢູ່​ບັນ​ດາ​ຕະ​ຫຼາດ​ຈຸດ​ສຸມ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ໂຄ​ສະ​ນາ, ເປີດກວ້າງ​ອອກ​ສູ່​ຕະ​ຫຼ​າດ​ອື່ນໆ​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ