ກໍ່ສ້າງວັດຕື່ມອີກ 2 ແຫ່ງຢູ່ເຂດ ໝູ່ເກາະເຈື່ອງຊາ

ກໍ່ສ້າງວັດຕື່ມອີກ 2 ແຫ່ງຢູ່ເຂດ ໝູ່ເກາະເຈື່ອງຊາ - ảnh 1

(ພາບປະກອບ:ຂ່າວສານ​ຫວຽດນາມ​)

(vovworld)- ​​ໃນວັນ​ທີ 22-23/4, ມີ​ວັດຕື່ມ​ອີກ 2 ​ແຫ່ງ​ໄດ້​ເລີ່​ມລົງມືກໍ່ສ້າງ​ຢູ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ. ​ເປັນ​ອັນວ່າ, ມາ​ຮອດ​ຈຸດ​ເວລາ​ນີ້, ມີ​ວັດ​ທັງ​ໝົດ 5 ​ແຫ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ເຂດ​ໝູ່​ເກາະ​​ແຫ່ງນີ້​ແລ້ວ. ວັດ 2 ​ແຫ່ງ​ໄດ້​ຮັບ​ການກໍ່ສ້າງ​ຂຶ້ນ​ຢູ່​ເກາ​ະ​ເຊີນ​ກາ ​ແລະ ນາມ​ອຽດ ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ປະກ​ອບສ່ວນຮັບ​ໃຊ້​ໃຫ້​ແກ່​ຄວາມຮຽກຮ້ອງ​ຕ້ອງການ​ດ້ານ​ສາສະໜາ, ການ​ເຫຼື້ອມ​ໃສຂອງ​ປະຊາຊົນ, ຈົດ​ຈຳ​ຄຸນງາມຄວາມດີ​ອັນ​ໃຫ່ຍຫຼວງ​ຂອງ​ລຸ່ນພໍ່​ລຸ່ນອ້າຍ, ບັນດາ​ນັກຮົບ​ເສຍ​ສະຫລະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ. ວັດ​ 2 ​ແຫ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ເນື້ອ​ທີ່​​ກ້ວາງ 1000 ຕາລາງ​ແມັດ ​ແລະ ບັນດາ​ກິດຈະກຳ​ສຳຮອງ​ອື່ນ​ໃນ​ເວລາ 10 ​ເດືອນ.

ຂ່າວ/ບົດ​ອື່ນ