ກໍ່ສ້າງສຳນັກງານສູນຮັກສາສັນຕິພາບຫວຽດນາມ

ກໍ່ສ້າງສຳນັກງານສູນຮັກສາສັນຕິພາບຫວຽດນາມ - ảnh 1
ທີ່ພິທີກໍ່ສ້າງ​ສຳນັກງານ​ສູນ​ຮັກສາ​ສັນຕິພາບ​ຫວຽດນາມ
(ພາບ: infonet.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 4/6, ສູນ​​ຮັກສາ​ສັນຕິພາບ ຫວຽດນາມ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ພິທີ​​ເລີ່​ມລົງມືກໍ່ສ້າງ​ສຳນັກງານ. ​ໂຄງການ​ລົງທຶນ​ກໍ່ສ້າງ​ສຳນັກງານ​ສູນຮັກສາ​ສັນຕິພາບ ຫວຽດນາມ ​ໄລຍະ 1 ມີ​ຍອດ​ຈຳນວນທຶນ​ກ່ວາ 215 ຕື້​ດົ່ງ ​ເຊິ່ງ​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່​ນີ້​ມາ​ຮອດ​ປີ 2017. ພາຍຫຼັງ​ກໍ່ສ້າງ​ສຳ​ເລັດ, ນີ້​ຈະ​ແມ່ນ​ກິດຈະກຳ​ທີ່​ມີບົດບາດໜ້າ​ທີ່ທີ່ທັນ​ສະ​ໄໝ,​ ນຳ​ໃຊ້ສະດວກ​ສະບາຍ, ຮັບ​ໃຊ້​ການ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​​ເຄື່ອນ​ໄຫວ​ຮັກສາ​ສັນຕິ​ພາບ​ສະຫະ​ປະຊາ​ຊາດ​ຂອງ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ; ​ແມ່ນ​ສູນ​ຄຸ້ມ​ຄອງ,​ ​ເຝຶກ​ອົບຮົມ,​ບຳລຸງ​ສ້າງ ​ແລະ ຜັນ​ຂະຫຍາຍ​ກຳລັງ ຫວຽດນາມ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິ​ພາບສະຫະ​ປະຊາ​ຊາດ. ກິດຈະກຳ​ຍັງ​ແມ່ນ​ສະຖານ​ທີ່​ເຝຶກ​ອົບຮົມ​ກຳລັງ​ໜູນ​ຊ່ວຍ​ມະນຸດສະທຳ, ກູ້​ໄພ​ກູ້​ຊີບ​ໃນ​ພາກ​ພື້ນ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ​ພົນ​ຕີ ​ເລ​ຈຽມ, ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເລື່ອງ​ກໍ່ສ້າງ​ສຳນັກງານ​ສູນ​ຮັກສາ​ສັນຕິພາບ ຫວຽດນາມ ​ແມ່ນ​ໜ້າ​ທີ່​ສຳຄັນ ​ເພື່ອ​ຮັບປະກັນ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ການ​ຊີ້​ນຳ,​ ການ​ບໍລິຫານ ​ແລະ ການ​ເຝຶກ​ອົບຮົມ, ​ເຮັດ​ໃຫ້ສູນຮັກສາ​ສັນຕິພາບ​ກາຍ​ເປັນ​ສູນ​ທີ່ມີລະດັບ​ພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ