ກໍ່​ສ້າງ​ສຳ​ເລັດ​ ສາຍ​ສົ່ງໄຟ​ຟ້າ 500 kV ​ຕາ​ຂ່າຍ 3 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 79 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນາມ (ວັນ​ທີ 2 ກັນ​ຍາ)

(VOVWORLD) - ໂຄງການສາຍສົ່ງໄຟຟ້າ 500 kV ແຕ່ກ໋ວາງແຈກ ຮອດໂຝໂນ້ຍ ທີ່ມີຄວາມໝາຍສຳຄັນພິເສດໃນການຍົກລະດັບຄວາມສາມາດໃນການສົ່ງໄຟຟ້າຂອງລະບົບໄຟຟ້າແຫ່ງຊາດ, ຮັບປະກັນຄວາມເປັນເຈົ້າການ, ບໍລິຫານ, ຄວາມດູນດ່ຽງໃນການສະໜອງໄຟຟ້າລະຫວ່າງບັນດາເຂດພາກ
ກໍ່​ສ້າງ​ສຳ​ເລັດ​ ສາຍ​ສົ່ງໄຟ​ຟ້າ 500 kV ​ຕາ​ຂ່າຍ 3 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 79 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນາມ (ວັນ​ທີ 2 ກັນ​ຍາ) - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ກ່ຽວກັບສະພາບການຜັນຂະຫຍາຍໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 (ໂຟໂນ້ຍ, ຮຶງອຽນ ຕອດ ກ໋ວາງແຈກ, ກ໋ວາງບິ່ງ) ຕອນຜ່ານບັນດາແຂວງ ແທັງຮວາ, ເງະອານ, ຮ່າຕິງ.

ໂຄງການສາຍສົ່ງໄຟຟ້າ 500 kV ແຕ່ກ໋ວາງແຈກ ຮອດໂຝໂນ້ຍ ທີ່ມີຄວາມໝາຍສຳຄັນພິເສດໃນການຍົກລະດັບຄວາມສາມາດໃນການສົ່ງໄຟຟ້າຂອງລະບົບໄຟຟ້າແຫ່ງຊາດ, ຮັບປະກັນຄວາມເປັນເຈົ້າການ, ບໍລິຫານ, ຄວາມດູນດ່ຽງໃນການສະໜອງໄຟຟ້າລະຫວ່າງບັນດາເຂດພາກ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 ແຕ່ ກ໋ວາງແຈກ ຫາ ໂຟໂນ້ຍ ແມ່ນໂຄງການຈຸດສຸມມີຄວາມໝາຍສຳຄັນດ້ານເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ການຊ່ວຍເຫຼືອສັງຄົມ ບັນດາເຂດທີ່ສາຍສົ່ງໄປຜ່ານ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຫົວໜ່ວຍສູ້ຊົນປະຕິບັດສຳເລັດໂຄງການເພື່ອສະເຫຼີມສະຫຼອງ 79 ປີແຫ່ງວັນປະຕິວັດ ເດືອນສິງຫາ ແລະ ວັນຊາດ ຫວຽດນາມ (ຄືວັນທີ 2 ກັນຍາ) (1945 - 2024).

ຕອບກັບ

ຂ່າວ/ບົດ​ອື່ນ