ກ​ໍ່​ສ້າງ​ອະ​ນຸ​ສາ​ວະ​ລີ​ປະ​ທານ​ໂຮ່​ຈີ​ມິນ ຢູ່ ຝູກວກ

(VOVWORLD) - ຕອນເຊົ້າວັນທີ 29 ເມສາ, ຢູ່ນະຄອນ ຝຸກວກ, ຄະນະກຳມະການປະຊາຊົນແຂວງ ກຽນຢາງ ໄດ້ຈັດພິທີວາງສີລາລຶກກໍ່ສ້າງອະນຸສາວະລີປະທານໂຮ່ຈີມິນ ຢູ່ສະໜາມຫຼວງໃຈກາງນະຄອນ ຝູກວກ ແລະ ເປີດນຳໃຊ້ກິດກະກຳ ຮ້ານບູຊານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ຝູກວກ.
ກ​ໍ່​ສ້າງ​ອະ​ນຸ​ສາ​ວະ​ລີ​ປະ​ທານ​ໂຮ່​ຈີ​ມິນ ຢູ່ ຝູກວກ - ảnh 1ພິທີວາງສີລາລຶກກໍ່ສ້າງອະນຸສາວະລີປະທານໂຮ່ຈີມິນ  (ພາບ: VOV)

ທີ່ພິທີເປີດນຳໃຊ້ຫໍບູຊານັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນ ນະຄອນ ຝູກວກ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

“ກິດຈະກຳດັ່ງກ່າວເປັນບ່ອນອີງທາງດ້ານຈິດໃຈທີ່ໝັ້ນຄົງ, ຕິດພັນກັບນ້ຳໃຈຂອງຊາດ ຫວຽດນາມ, ເສີມສ້າງກຳລັງແຮງເພື່ອໃຫ້ປະຊາຊົນ ຫວຽດນາມ ສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກປະການ, ຮັກສາເອກະລາດ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ”.


ຕອບກັບ

ຂ່າວ/ບົດ​ອື່ນ