ກໍ່ສ້າງເຂດເສດຖະກິດຂະຫຍັນຂັນເຄື່ອນ,ແກ່ງແຍ້ງ, ພັດທະນາແບບຍືນຍົງ

ກໍ່ສ້າງເຂດເສດຖະກິດຂະຫຍັນຂັນເຄື່ອນ,ແກ່ງແຍ້ງ, ພັດທະນາແບບຍືນຍົງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັ​ນ​ໄຂ​ກອງ​ປະ​ຊຸມ

(vovworld) – ຕອນ​ເຊົ້າ​ວັນ​ທີ 26/10, ຢູ່​ຮ່າ​ໂນ້ຍ, ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຮ່ວມ​ມື ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນາມ ຄັ້ງ​ທີ 8 (CLMV 8) ແລະ ກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ແມ່​ນ້ຳ 3 ສາຍອາ​ເຢຢາ​ວາ​ດີ -ເຈົ້າ​ພະ​ຍາ​ -ແມ່​ຂອງ ຄັ້ງ​ທີ 7 (ACMECS 7). ກ່າວ​ຄຳ​ເຫັ​ນ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ບັນ​ດາ​ກອງ​ປະ​ຊຸມນີ້​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່, ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ສ້າງ​ເຂດ​ເສດ​ຖະ​ກິດ ຂະ​ຫຍັນ​ຂັນ​ເຄື່ອນ​, ແກ່ງ​ແຍ້ງ,  ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ທົ່ວ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ: ພາຍຫຼັງ​ເຄື່ອນ​ໄຫວ​ເປັນ​ເວ​ລາໜຶ່ງ​ທົດ​ສະ​ວັດ​, ການ​ຮ່ວມ​ມື​ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນາມ ແລະ ການຮ່ວມ​ມື​ຍຸດ​ທະ​ສາດ ແມ່​ນ້ຳ 3 ສາຍ ອາ​ເຢຢາ​ວາ​ດີ -ເຈົ້າ​ພະ​ຍາ​ -ແມ່​ຂອງ ​ບັນ​ລຸ​ໄດ້ຫຼາຍ​ໝາກ​ຜົນ​ສຳ​ຄັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ, ປະ​ກອບ​ສ​່ວນ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ, ປັບ​ປຸງ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ​ອັນ​ດີ​ງາມ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ບັນ​ດາ​ປະ​ເທດ​ແມ່​ຂອງ​ໄດ້​ກາຍ​ເປັນ​ກຳ​ລັງ​ໜູນ​ສ​ຳ​ຄັນ​ຂອງ​ເສດ​ຖະ​ກິດ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ: ໝາກ​ຜົນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ 5 ປະ​ເທດ ແລະ ກໍ່​ແມ່ນ​ໝາກ​ຜົນ​​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່ຫຼວງ, ການ​ຮ່ວມ​ມື​ມີ​ປະ​ສິດ​ທ​ິ​ຜົນ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ, ບັນ​ດາ​ນັກ​ອຸ​ປະ​ຖຳ​ສາ​ກົນ, ພິ​ເສດ​ແມ່ນ ອາ​ຊຽນ:

        “ພວກ​ເຮົາ​ພວ​ມ​​ຢື່ນ​ຕໍ່​ໜ້າ​ບັນ​ດາ​ກະ​ລະ​ໂອ​ກາດ​ພັດ​ທະ​ນາ​ທີ່​ສະ​ດວກໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ CLMV ແລະ ACMECS. ໃນ​ບັນ​ດາ​ກອງ​ປະ​ຊຸມ ມື້ນີ້, ພວກ​​ເຮົາ​ຈະ​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ພັດ​ທະ​ນາໃໝ່ ແລະ ເປັນ​ເອ​ກະ​ພາບ​ບັນ​ດາ​ເນື້ອ​ໃນ ແລະ ມາດ​ຕະ​ການ​ຮ່ວມ​ມື​ເພື່ອ​ສ້າງ​ເຂດ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ, ແກ່ງ​ແຍ້ງ, ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ທົ່ວ​ເຖິງ. ລັດ​ຖະ​ບານ ຫວຽດ​ນາມ  ຖື​ການ​ຮ່ວມ​ມື CLMV ແລະ ACMECS ເປັນ​ສຳ​ຄັນ, ພ້ອມ​ແລ້ວ​ທີ່​​ຈະສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ກໍ່​ຄື​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ, ເພື່ອ​ສ​ັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ​ຂອງ​ພາກ​ພື້ນ.”


ຂ່າວ/ບົດ​ອື່ນ