ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ຈີນ ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ

(VOVWORLD) - ໃນໄລຍະຜ່ານມາ, 2 ຝ່າຍໄດ້ຊຸກຍູ້ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ຈີນ ໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ
ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ຈີນ ເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ - ảnh 1ທີ່ການຕ້ອນຮັບ
(ພາບ: qdnd.vn)

        ຕອນບ່າຍວັນທີ 13 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຮ່ວາງຊວັນຈຽນ ໄດ້ຕ້ອນຮັບຄະນະຜູ້ແທນກົມຄຸ້ມຄອງການອົບພະຍົບແຫ່ງຊາດ ຈີນ ໂດຍທ່ານ ລີຈີນເຈຍ, ຮອງຫົວໜ້າ, ເປັນຫົວໜ້າຄະນະ, ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ຮ່ວາງຊວັນຈຽນ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, 2 ຝ່າຍໄດ້ຊຸກຍູ້ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ຈີນ ໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ; ຮັກສາກົນໄກສົມທົບກັນປະຕິບັດກົດໝາຍ 3 ຂັ້ນ ໃນການຄວບຄຸ້ມຊາຍແດນເຂດດ່ານຊາຍແດນ ແລະ ຄຸ້ມຄອງຊາຍແດນທາງບົກ; ສົມທົບກັນຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳ ແລະ ບັນດາການກະທຳລະເມີດກົດໝາຍຢູ່ເຂດຊາຍແດນ, ດ່ານຊາຍແດນ…

        ທ່ານຮອງລັດຖະມົນຕີ ຮ່ວາງຊວັນຈຽນ ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍຂໍ້ຕົກລົງສ້າງຕັ້ງກົນໄກສົມທົບກັນປະຕິບັດກົດໝາຍ 3 ຂັ້ນໃນການຄວບຄຸ້ມຊາຍແດນເຂດດ່ານຊາຍແດນ ແລະ ຄວບຄຸມເສັ້ນຊາຍແດນທາງບົກທີ່ໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນ, ສະພາບການກ່ຽວຂ້ອງເຖິງວຽການຕໍ່ສູ້ກັບບັນດາອາດຊະຍາກຳ, ການລະເມີດກົດໝາຍຢູ່ເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ