ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບຫວຽດນາມ - ລາວ

ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບຫວຽດນາມ - ລາວ - ảnh 1
ກອງ​ປະຊຸມ​ສາກົນ “ ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ,
ມິດຕະພາບ​ຫວຽດນາມ - ລາວ ”
( ພາບ: VGP )


( vovworld ) -   ວັນທີ 26/6, ຢູ່​ນະຄອນ​​ເຫ໋ວ, ​​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສາກົນ “ ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ​ຫວຽດນາມ - ລາວ ”.

        ​ໃນບົດ​ລາຍ​ງານ​ວຽກ​ງານ​ແນວ​ໂຮມ​​ຂອງ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໄດ້​ເປັນ​ເອກະ​ພາບ ​ໂດຍຕີ​ລາຄາ​ວ່າ; ​ແນວ​ໂຮມ​ທຸກຂັ້ນ​ຂອງ​ສອງ​ປະ​ເທດ​ໄດ້​ໂຄສະນາ, ຂົນຂວາຍ​ປະຊາຊົນ​ຊາບ​ຊືມບັນດາ​ແຜນ​ນະ​ໂຍບານ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​; ບັນດາ​ສັນຍາ, ສົນທິສັນຍາ ​ແລະ ກົດ​ລະບຽບ​ເສັ້ນ​ຊາຍ​ແດນ, ກ່ຽວ​ກັບ​ເລື່ອງ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ, ຮັກສາ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດຢ່າງ​ຕັ້ງໜ້າ. ຂົນຂວາຍ​ປະຊາຊົນ​ຢູ່​​ເຂດ​ຊາຍ​ແດນ​ສອງ​ປະ​ເທດຊ່ວຍ​ເຫຼືອ​ບັນດາ​ກຳລັງ​ປັກ​ຫຼັກ​ໝາຍຊາຍ​ແດນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ເພື່ອ​ປະຕິບັດ​ໂຄງ​ການປັກຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​​ແຫ່ງ​ຊາດຫວຽດນາມ - ລາວ. ​ໄລຍະ 2012 – 2014, ສອງ​ຝ່າຍ​ໄດ້​ຕົກລົງ​ຮ່ວມ​ມື, ສືບ​ຕໍ່​ປະຕິບັດ​ບັນ​ດາ​ໜ້າ​ທີ​ຈຸດ​ສຸມ. ​ເພີ່ມ​ທະວີ​ວຽກ​ງານ​ກໍ່ສ້າງ, ປັບປຸງ​ລະບົບ​ການ​ເມືອງ​ຂັ້ນ​ຮາກ​ຖານ​ຢູ່ເຂດ​ຊາຍ​ແດນ, ​ໃນ​ນັ້ນ ເອົາ​ໃຈ​​ໃສ່ເປັນພິ​ເສດ​​ເຖິງ​ການ​ກໍ່ສ້າງ​​​ເຂດ​ຊຸມຊົນ​ໃຫ້​ມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ບໍລິ​ເວັນ​ແຂວງ​​ໃຫ້ໝັ້ນຄົງເຂັ້ມ​ແຂງ​ຢ່າງ​​ແທດ​ຈິງ.

        ທີ່​ກອງ​ປະຊຸມ, ຄະນະ​ກຳມະການສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ມອບ​ຫຼຽນ​ໄຊ​ມິດຕະພາບ​ຂອງ​ພັກ, ລັດ ລາວ ​ໃຫ້​ແກ່​ຄະນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຢູ່ 10 ​ແຂວງ​ ທີ່​ມີ​ເສັ້ນ​ຊາຍ​ແດນຕິດ​ກັບ​ລາວ.

ຂ່າວ/ບົດ​ອື່ນ