ກໍ່ສ້າງແຂວງກວາງນນາມກາຍເປັນຮູບແບບພັດທະນາຢ່າງວ່ອງໄວ, ຍືນຍົງ ແລະຮອບດ້ານ

ກໍ່ສ້າງແຂວງກວາງນນາມກາຍເປັນຮູບແບບພັດທະນາຢ່າງວ່ອງໄວ, ຍືນຍົງ ແລະຮອບດ້ານ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ມີ​ການ​ເຮັກ​ວຽກ​ກັບ​ການ​ນຳ​ແຂວງກວາງ​ນາມ


(vovworld)- ຕອນ​ເຊົ້າ​ວັນ​ທີ 28/9, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ໄດ້​ມີ​ການ​ເຮັກ​ວຽກ​ກັບ​ການ​ນຳ​ແຂວງກວາງ​ນາມ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່ເສດ​ຖະ​ກິດ-ສັງ​ຄົມ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ ກວາງ​ນາມ​ແມ່ນ​ແຂວງ​ໃຫຍ່​ຢູ່​ພາກ​ກາງ, ມີ​ທ່າ​ກຳ​ປັ່ນ, ສະ​ໜາມ​ບິນ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ພິ​ເສດ, ມີ​ທ່າ​ແຮງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ຢ່າງ​ແຂງ. ກ່ຽວ​ກັບ​ກຳ​ນົດ​ທິດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ

     “ ກໍ່​ສ້າງ​ແຂວງກວາງນ​ນາມ​ກາຍ​ເປັນ​ຮູບ​ແບບ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ ແລະ​ຮອບ​ດ້ານ; ພ້ອມ​ກັບ​ດານັ້ງ ແລະ ກວ​າງ​ງ້າຍ, ແມ່ນ​ສູນ​ກາງ​ເສດ​ຖະ​ກິດ​ຂອງ​ເຂດ​ຕອນ​ກາງ​ໃນ​ພາກ​ກາງ​ຫວຽດ​ນາມ. ກ່ຽວ​ກັບ​ຂອບ​ຂະ​ໜາດ​ເສດ​ຖະ​ກິດ, ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ​ຂອງກວາງ​ນາມ ແມ່ນ​ດີກວ່າ​ດານັ້ງ; ຍອດ​ລາຍ​ຮັບ​ງົບ​ປະ​ມານ​ຂອງກວາງ​ນາມ ກໍ​ໃຫຍ່ກວ່າ​ດານັ້ງ. ທີ່​ດິນ​ຂອງກວາງນ​ນາມ​ກໍ​ກ້​ວາງຫຼາຍກວ່າທົບ 12 ເທົ່າ​ເມື່ອ​ທຽບ​ໃສ່​ດານັ້ງ​. ດັ່ງ​ນັ້ນ, ຕ້ອງກໍ່​ສ້າງກວາງ​ນາມ​ພ້ອມ​ກັບ​ດານັ້ງ ແລະ ກວາງ​ງ້າຍ ກາຍ​ເປັນ​ສູນ​ກາງ​ເສດ​ຖະ​ກິດ​ຂອງ​ເຂດ​ຕອນ​ກາງ​ໃນ​ພາກ​ກາງ​ຫວຽດ​ນາມ ”
ຂ່າວ/ບົດ​ອື່ນ